ບັນດາການເຄື່ອນໄຫວສະເຫຼີມສະຫຼອງ73ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 73 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ (22 ທັນວາ 1944 – 22 ທັນວາ 2017) ແລະ 28 ປີແຫ່ງວັນທົ່ວປວງຊົນທຳການຕໍ່ຕ້ານ (22 ທັນວາ 1989 – 22 ທັນວາ 2017).

ບັນດາການເຄື່ອນໄຫວສະເຫຼີມສະຫຼອງ73ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ - ảnh 1 (ສະຖານທູດຫຽດນາມ ປະຈຳສ.ເຊັກໂກ ຈັດພິທີສະເຫຼີມສະຫຼອງ 73 ປີ

ແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ)

ຕອນບ່າຍວັນທີ 21 ທັນວາ, ທ່ານປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຫງວຽນດຶກຈູງ ໄດ້ໄປຢ້ຽມຢາມ, ອວຍພອນຢູ່ກອງພົນປ້ອງກັນອາກາດ 361. ຢູ່ທີ່ນີ້, ທ່ານປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຫງວຽນດຶກຈູງ ຢືນຢັນວ່າ: ບັນດາວິລະກຳ, ການປະກອບສ່ວນຂອງກອງພົນປ້ອງກັນອາກາດ 361 ແມ່ນຂີດໝາຍໃນປະຫວັດສາດແຫ່ງວິລະຊົນຂອງເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ ເວົ້າສະເພາະ ແລະ ກອງທັບປະຊາຊົນຫວຽດນາມ ເວົ້າລວມ.

        ເນື່ອງໃນໂອກາດນີ້, ກອງບັນຊາການທະຫານແຂວງ ຢາລາຍ ໄດ້ຈັດຕັ້ງການພົບປະ, ຫວນຄືນມູນເຊື້ອກອງພັນພິເສດ 408 - ກອງບັນຊາການທະຫານແຂວງ ຢາລາຍ ຜ່ານໄລຍະຕ່າງໆ.

        ແລະກໍ່ໃນວັນທີ 21 ທັນວາ, ຢູ່ນະຄອນຫຼວງ Praha, ສະຖານທູດຫຽດນາມ ປະຈຳສ.ເຊັກໂກ ກໍ່ໄດ້ຈັດພິທີສະເຫຼີມສະຫຼອງ 73 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ