ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ວັນຊາດ02/09​ໃນ​ທົ່ວ​ປະ​ເທດ

ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ວັນຊາດ02/09​ໃນ​ທົ່ວ​ປະ​ເທດ - ảnh 1
(ພາບປະກອບ)


(vovworld) - ​ ​ ​​ ​ເນື່ອງ​ໃນ​ໂອ​ກາດສະ​ເຫຼີ​ມສະຫຼອງ 71 ປີ​ແຫ່ງ​ການ​ປະຕິວັດ​ເດືອນ 8 ​ແລະ ວັນຊາດ 02/09, ຄະນະ​ພັກ​ແຂວງ, ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແຂວງ ບາກ​ລຽວ ຈັດ​ຕັ້ງ​ພິທີ​ໄວ້ອາ​ໄລ, ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ປະທານ ​ໂຮ່ຈີ​ມິນ ຢູ່​ຫໍ​ບູຊາ​ປະທານ ​ໂຮ່ຈີ​ມິນ ຢູ່​ຕາ​ແສງ ​ເຈົາ​ເທີ໋ຍ ​ເມືອງ ຫວີງ​ເລີ້​ຍ. ​ເນື່ອງ​ໃນ​ໂອກາດ​ນີ້ ບັນດາ​ທ້ອງ​ຖິ່ນ​ໃນ​ແຂວງ​ໄດ້​ຈັດ​ຕັ້ງ​ພິທີ​ລົງມື​ກໍ່ສ້າງ, ​ເປີດ​ສະຫຼອງກິກຈະ​ກຳ​ໂຄງການ​ກໍ່ສ້າງພື້ນຖານ​ຫລາຍ​ແຫ່ງ, ສ້າງ​ຜົນງານ​ຂ່ຳນັບ​ຮັບ​ຕ້ອນ​ວັນຊາດທີ 02/09.

        ​ໃນ​ລະຫວ່າງ​ວັນ​ທີ 01 – 10/09, ສະມາຄົມ​ວັນນະຄະດີ​ສິລະ​ປະ​ແຂວງ ກວາງ​ຫງາຍ ຈັດ​ຕັ້ງ​ພິທີ​ໄຂ​ງານ​ວາງສະ​ແດງ​ຮູບ​ພາບ (ກວາງ​ຫງາຍ​ໃນ​ປະຈຸ​ບັນ), ວາງສະ​ແດງຮູບ​ແຕ້ມ 115 ​ແຜ່ນ ທີ່​ສ່ອງ​ແສງ​ຊີວ​ິດການ​ເປັນ​ຢູ່ທຸກ​ດ້ານ​ກ່ຽວ​ກັບ ​ເສດຖະກິດ - ສັງຄົ​ມ ​ໃນ​ບໍລິ​ເວນ​ແຂວງ ກວາງ​ຫງາຍ.

        ທີ່​ສູນສອນ​ວິຊາ​ຊີບ ​ແລະ ໜູນ​ຊ່ວຍ​ຊາວນາ​ແຂວງ ນິງທ້ວນ ກໍ່​ດຳ​ເນີນ​ການ​ເສັງ​ຊາວນາ​​ເກັ່ງ​ກ້າ​ສາ​ມາດແຂ​ວງ ນິງທ້ວນ ປີ 2016 ດ້ວຍ​ຫົວ​ຂໍ້​ວ່າ: “ຊາວນາ ນິງທ້ວນ ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ຊົນນະບົດ​ໃໝ່”. ນີ້​ແມ່ນໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ຊາວນາ​ແຂວງ ​ເພື່ອ​ແນ​ໃສ່​ສ້າງ​ຜົນງາ​ນສະ​ເຫຼີ​ມສະຫຼ​​ອງ 71 ປີ​ແຫ່ງ​ການ​ປະຕິວັດ​ເດືອນ 8 ​ແລະ ວັນຊາດ 02/09, ຂ່ຳນັບ​ຮັບ​ຕ້ອນ 86 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະມາຄົມ​ຊາວນາ ຫວຽດນາມ (14/10/1930 – 14/10/2016)

ຂ່າວ/ບົດ​ອື່ນ