ບັນດາການເຄື່ອນໄຫວໃນສັບປະດາວັດທະນະທຳມິດຕະພາບຫວຽດນາມ - ຝລັ່ງ

(VOVWORLD) -ການພົບປະແລກປ່ຽນສະແດງສິລະປະລະຫວ່າງສອງປະເທດ ຝລັ່ງ - ຫວຽດນາມນັບມື້ນັບໄດ້ເປີດກວ້າງ, ອັນເປັນກາລະໂອກາດໃຫ້ແກ່ປະຊາຊົນນະຄອນໂຮ່ຈີມີນ, ໂດຍສະເພາະແມ່ນຊາວໜຸ່ມ ແລະ ນັກຮຽນນັກສຶກສາ ສາມາດຊອກຮູ້ເພີ່ມເຕີມກ່ຽວກັບປະເທດຝລັ່ງ ແລະ ການພົວພັນມິດຕະພາບລະຫວ່າງສອງປະເທດ ຫວຽດນາມ - ຝລັ່ງ.

ບັນດາການເຄື່ອນໄຫວໃນສັບປະດາວັດທະນະທຳມິດຕະພາບຫວຽດນາມ - ຝລັ່ງ - ảnh 1 ບັນຍາກາດຂອງພິທີໄຂສັບປະດາວັດທະນະທຳມິດຕະພາບຫວຽດນາມ - ຝລັ່ງ

(ພາບ: ເທ໋ແອັງ/ TTXVN)

ເພື່ອສະເຫຼີມສະຫຼອງ 45 ປິແຫ່ງວັນສ້າງຕັ້ງການພົວພັນດ້ານການທູດລະຫວ່າງຫວຽດນາມ - ຝລັ່ງ (12/04/1973 – 12/04/2018) ແລະ 05 ປີ ແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດ (09/2013 – 09/2018), ຕອນເຊົ້າວັນທີ 15 ເມສາ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ແລະສະມາຄົມມິດຕະພາບ ຫວຽດນາມ - ຝລັ່ງ ນະຄອນໂຮ່ຈີມິນ ໄດ້ສົມທົບກັບສະຖານກົງສູນໃຫຍ່ຝລັ່ງ ແລະ ຫໍວັດທະນະທຳຊາວໜຸ່ມ ຈັດຕັ້ງພິທີໄຂສັບປະດາວັດທະນະທຳມິດຕະພາບຫວຽດນາມ - ຝລັ່ງ ດ້ວຍບັນດາການເຄື່ອນໄຫວຫຼາຍຢ່າງ.

        ລາຍການ ສັບປະດາວັດທະນະທຳມິດຕະພາບຫວຽດນາມ - ຝລັ່ງ ແນໃສ່ແນະນຳການພົວພັນສະໜິດຕິດພັນລະຫວ່າງສອງປະເທດ ຫວຽດນາມ - ຝລັ່ງ ໂດຍໄດ້ສະແດງອອກຜ່ານບັນດາການເຄື່ອນໄຫວຫຼາຍຢ່າງຄື ການວາງສະແດງຮູບພາບ ເຊິ່ງພາຍໃຕ້ຫົວຂໍ້ “ການພົວພັນມິດຕະພາບຫວຽດນາມ - ຝລັ່ງ” ແລະ “ປະເທດຝລັ່ງມະຫັດສະຈັນ”; ນອກນັ້ນ ຍັງມີການວາງສະແດງບັນດາຜະລິດຕະພັນທາງດ້ານການສຶກສາ, ແນະນຳບັນດາເຍື່ອງອາຫານຝລັ່ງ; ບົດເພງຝລັ່ງ … ຜ່ານລາຍການດັ່ງກ່າວ, ຄະນະຈັດຕັ້ງປາດຖະໜາວ່າ ການພົບປະແລກປ່ຽນສະແດງສິລະປະລະຫວ່າງສອງປະເທດ ຝລັ່ງ - ຫວຽດນາມນັບມື້ນັບໄດ້ເປີດກວ້າງ, ອັນເປັນກາລະໂອກາດໃຫ້ແກ່ປະຊາຊົນນະຄອນໂຮ່ຈີມີນ, ໂດຍສະເພາະແມ່ນຊາວໜຸ່ມ ແລະ ນັກຮຽນນັກສຶກສາ ສາມາດຊອກຮູ້ເພີ່ມເຕີມກ່ຽວກັບປະເທດຝລັ່ງ ແລະ ການພົວພັນມິດຕະພາບລະຫວ່າງສອງປະເທດ ຫວຽດນາມ - ຝລັ່ງ. ທ່ານ ຮວິ່ງມິນທ້ຽນ, ປະທານ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ແລະ ສະມາຄົມມິດຕະພາບຫວຽດນາມ - ຝລັ່ງ ນະຄອນໂຮ່ຈີມິນໃຫ້ຮູ້ວ່າ:

        “ຜ່ານບັນດາການເຄື່ອນໄຫວດັ່ງກ່າວ, ພວກຂ້າພະເຈົ້າປາດຖະໜາຢາກເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງສອງປະເທດ ຫວຽດນາມ - ຝລັ່ງ ກໍຄືການພົວພັນມິດຕະພາບຂອງສອງປະເທດ. ຈາກນັ້ນ, ພວກເຮົາສືບຕໍ່ຮ່ວມມືກັນພັດທະນາໃນອະນາຄົດ”.

ຕອບກັບ

ຂ່າວ/ບົດ​ອື່ນ