ບັນດາຄະນະສະມາຊິກສະພາແຫ່ງຊາດຮັບຮູ້ຄຳເຫັນຂອງຜູ້ມີສິດເລືອກຕັ້ງຢູ່ທ້ອງຖິ່ນຕ່າງໆ

ບັນດາຄະນະສະມາຊິກສະພາແຫ່ງຊາດຮັບຮູ້ຄຳເຫັນຂອງຜູ້ມີສິດເລືອກຕັ້ງຢູ່ທ້ອງຖິ່ນຕ່າງໆ - ảnh 1
ການພົບປະກັບຜູ້ມີສິດເລືອກຕັ້ງຢູ່ແຂວງຮ່າຢາງ
(ພາບ: baohagiang.vn)

(vovworld) - ​ເພື່ອ​ກະກຽ​ມ​ໃຫ້​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 11, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ບັນດາ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຈັດ​ຕັ້ງ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກຕັ້ງ, ປະກາດ​ຮ່າງເນື້ອ​ໃນ​ຂອງ​​ໂຄງການ​ດຳ​ເນີນ​ງານ​ຂອງກອງ​ປະຊຸມ​ສະ​ໄໝ​ສາມັນ​ຈະ​ມາ​ເຖິງ, ຮັບ​ຟັງ​ບັນດາ​ຄຳ​ເຫັນ, ຂໍ້ສະ​ເໜີ​ແນະ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ທີ່​ບັນ​ດາ​ການ​ພົບ​ປະ, ຜູ້ຕາງໜ້າ​ບັນດາ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​​ແຈ້ງ​ໃຫ້ຜູ້​ມີ​ສິດ​ເລືອກ​ຕັ້ງ​ຊາບກ່ຽວ​ກັບຮ່າງ​ເນື້ອ​ໃນ​​ໂຄງການ​ດຳ​ເນີນ​ງານ​ຂອງກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 11. ຕາມ​ນັ້ນ​ແລ້ວ, ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​​ເທື່ອນີ້, ສະພາ​ແຫ່ງ​ຊາດ​ຈະ​ພິຈາລະນາ, ຮັບຮອງ​ເອົາ​ຮ່າງ​ກົດໝາຍ 7 ສະບັບ, ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ 1 ສະບັບ; ສະພາ​ແຫ່ງ​ຊາດ​ກໍ່​ສະຫງວນ​ເວລາ​​ເພື່ອ​ພິຈາລະນາ, ​ໃຫ້​ຄຳ​ເຫັນ, ຕັດສິນ​ບັນດາ​ບັນຫາ​ເສດຖະກິດ - ສັງຄົມ, ວຽກ​ງານ​ຕິດ​ຕາມ​ກວດກາ ​ແລະ ບັນດາ​ບັນຫາສຳຄັນ​ອື່ນໆ, ​ໃນ​ນັ້ນ ສຸມ​ໃສ່​​ວຽກ​ງານ​ສະຫລຸບ​ອາຍຸ​ການສະພາ​ແຫ່ງ​ຊາດ​ຊຸດ​ທີ13.

ບັນດາ​ຜູ້​ມີ​ສິດ​ເລືອກຕັ້ງ​ແຂວງ ຮ່າ​ຢາງ ປາດ​ຖະໜາ​ວ່າ: ສະພາ​ແຫ່ງ​ຊາດ​ສືບ​ຕໍ່​ເອົາ​ໃຈ​ໃສ່, ລົງທຶນກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ຕາໜ່າງທາງຄົມມະນາຄົມ​ຊົນນະບົດ​ເຂດ​ພູ​ດອຍ, ຊາຍ​ແດນ, ສ້າງ​ເງື່ອນ​ໄຂ​ສະດວກ ​ເພື່ອ​ພັດທະນາ​ເສດຖະກິດ - ສັງຄົມ, ຮັດ​ແຄບ​ຊ່ອງ​ຫວ່າງລະຫວ່າງ​ຊົນນະບົດ ​ແລະ ຕົວ​ເມືອງ.

ທີ່​ການ​ພົບ​ປະ​ກັບ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ ກວາງ​ຈີ້, ຜູ້​ມີ​ສິດ​ເລືອກ​ຕັ້ງ​ຕີ​ລາຄາ​ສູງ​ບົດບາດ​ບໍລິຫານ​ຂອງ​ການ​ນຳ​ສະພາ​ແຫ່ງ​ຊາດ ​ໂດຍ​ຜ່ານ​ບັນດາ​ວາລະ​ປະຊຸມ​ໃນ​ໄລຍະ​ຜ່ານ​ມາ ພ້ອມ​ທັງ​ສະ​ແດງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ວ່າ ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ​ໃນ​ເວລາ​ທີ່ ຈະ​ມາ​ເຖິງ​ບັນລຸ​ຄຸນ​ນະພາ​ບສູງ.

ສ່ວນ​ຢູ່​ແຂວງ ​ເຮົ້າ​ຢາງ, ​ໂດຍ​ຜ່ານ​ບັນດາ​ການ​ພົບ​ປະ, ຜູ້​ມີ​ສິດ​ເລືອກ​ຕັ້ງ​​ໄດ້​ມີ​ຂໍ້​ສະ​ເໜີແນະຕໍ່​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດກ່ຽວ​ກັບ​ຫລາຍ​ບັນ​ຫາ​ຄື: ພັກ​, ລັດ, ສະພາ​ແຫ່ງ​ຊາດ, ລັດຖະບານ ຄວມມີ​ມາດ​ຕະການ​​ໃນ​ການ​ປົກ​ປັກ​ຮັກສາ​ອະທິປະ​​​ໄຕທະ​ເລໝູ່​ເກາະ​ຂອງ​ປະ​ເທດ​ຊາດຢ່າງຂ້ຽວຂາດ ​ແລະ ​ແຂງ​ແຮງ​ກ່ວາ​ອີກ, ພິ​ເສດ​ແມ່ນ​ການຕໍ່​ສູ້​ຕໍ່​ການ​ກະທຳຖົມ​ດິນ​ເປັນ​ເກາະ, ຢຶດຄອງເກາະຕ່າງໆ​ທີ່​ຂຶ້ນ​ກັບ​ອະທິປະ​ໄຕຂອງ ຫວຽດນາມ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ກໍ່​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ສ້າງ​ຍຸດທະສາດ, ປຶກສາ​ຫາລື​ມາດ​ຕະການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ທົ່ວ​ໂລກ, ພິ​ເສດ​ແມ່ນ​ສະ​ພາບ​ການນ້ຳ​ທະ​ເລ​ຊຶມ, ​ໄພ​ແຫ້ງ​ແລ້ງພວມ​ເກີດ​ຂຶ້ນ​ຢູ່​ເຂດທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້ ຫວຽດນາມ ເວົ້າ​ລວມ ​ແລະ ​ແຂວງ​ເຮົ້າ​ຢາງ​ເວົ້າ​ສະ​ເພາະ.

 

ຂ່າວ/ບົດ​ອື່ນ