ບັນດາທ້ອງຖິ່ນ ຕອບສະຫນອງວັນ ຄອບຄົວ ຫວຽດນາມ (28/06)

ບັນດາທ້ອງຖິ່ນ ຕອບສະຫນອງວັນ ຄອບຄົວ ຫວຽດນາມ (28/06) - ảnh 1
ພາບປະກອບ: internet



(vovword) - ​ເນື່ອງ​ໃນ​ໂອກາດ​ວັນ​ຄອບ​ຄົວ ຫວຽດນາມ (28/6), ຫລາຍ​ທ້ອງ​ຖິ່ນ​ໄດ້​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ, ​ແທດ​ຈິງ​ມຸ່ງ​ໄປ​ເຖິງ​ການ​ສ້າງ​ຄອບຄົວ​ສີວິ​ໄລ ​ແລະ ມີ​ຄວາມ​ຜາ​ສຸກ. ບັນດາ​ຂະ​ແຫນງ​ການ​ກ່ຽວຂ້ອງ​ຢູ່​ແຂວງ Thanh Hoa ​ໄດ້​ຈັດ​ຕັ້ງ​ບັ້ນ​ໂຄສະນາ​ສະຕິ​ຄວາ​ມຮັບ​ຮູ້​ໃຫ້​ແກ່​ປະຊາຊົນ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ​ຕ້ານການໃຊ້​ຄວາມ​ຮຸນ​ແຮງ​ໃນ​ຄອບຄົວ ​ແລະ ຄຸນສົມບັດ​ແບບ​ແຜນການ​ດຳລົງ​ຊີວິດ​ຢູ່​ມນຄອບ ຫວຽດນາມ. ທ່ານ Vu Thai Son, ຮອງ​ຫົວຫນ້າ​ພະ​ແນ​ກວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ ​ແຂວງ Thanh Hoa ​ໃຫ້​ຮູ້​ວ່າ:

        “ບັນດາ​ການ​ເຄື່ອນ​ໄຫວ​ກ່ຽວ​ກັບ​ມູນ​ເຊື້ອ​ເນື່ອງ​ໃນ​ໂອກາດ​ວັນ​ຄອບຄົວ ຫວຽດນາມ​ປີ​ນີ້ ​ແມ່ນ​ຕິດ​ພັນ​ກັບ​ການ​ໂຄສະນາ​ຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້ ​ເພື່ອ​ຜັນ​ຂະຫຍາຍ​ແຜ​ນຮ່າງສຳຄັນ 2 ສະບັບ​ ​ ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານການ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ຄອບຄົວ ​ແລະ ​ໂຄສະນາ​ກ່ຽວ​ກັບ​ຄຸນສົມບັດ​ແບບ​ແຜນການ​ດຳລົງ​ຊີວິດ​ໃນ​ຄອບຄົວ​ຫວຽດນາມ.”

        ຢູ່​ແຂວງ Tuyen Quang ​ແລະ ​ແຂວງ Vinh Phuc ກໍ​ໄດ້​ຈັດການ​ເຄື່ອນ​ໄຫວ​ຕ່າງໆ​ເພື່ອ​ຂຳ່ນັບ​ຮັບ​ຕ້ອນ​ວັນ​ຄອບຄົວ ຫວຽດນາມ ​ເຊັ່ນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ