ບັນດາທ້ອງຖິ່ນຂອງຫວຽດນາມແລະສະຫະພັນລັດເຊຍຄວນເປີດກວ້າງການພົວພັນຮ່ວມມືໃນຂົງເຂດມີທ່າແຮງ

ບັນດາທ້ອງຖິ່ນຂອງຫວຽດນາມແລະສະຫະພັນລັດເຊຍຄວນເປີດກວ້າງການພົວພັນຮ່ວມມືໃນຂົງເຂດມີທ່າແຮງ - ảnh 1
ທ່ານ ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕິ້ນ​ຊາງ
​ຕ້ອນ​ຮັບ ຜູ້​ວ່າກ​ານ​ແຂວງ Moscow ​(ປະ​ເທດ​ລັດ​ເຊຍ) Andrei Vorobyov
(ພາບ:TTXVN )

(vovworld)- ທີ່​ການ​ຕ້ອນ​ຮັບ ຜູ້​ວ່າກ​ານ​ແຂວງ Moscow ​( ປະ​ເທດ​ລັດ​ເຊຍ ) Andrei Vorobyov, ເນື່ອງ​ໃນ​ໂອ​ກາດ​ການ​ມາ​ຢ້ຽມ​ຢາມ​ຂອງ​ທ່ານ​ເຖິງ​ຫວຽດ​ນາມ ເພື່ອ​ແລກ​ປ່ຽນ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ​ແຂວງ Moscow ແລະ ບັນ​ດາ​ແຂວງ, ນະ​ຄອນ, ວິ​ສາ​ຫະ​ກິດ​ຫວຽດ​ນາມ. ທ່ານ ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕິ້ນ​ຊາງ ໄດ້​​​ຢືນ​ຢັນ​​​ວ່າ:  ບັນ​ດາ​ທ້ອງ​ຖິ່ນ​ຂອງ​ຫວຽດ​ນາມ ແລະ ສະ​ຫະ​ພັນ​ລັດ​ເຊຍ​ຄວນ​ເປີດກວ້າງ​ການ​ພົວ​ພັນ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ທີ່​ມີ​ທ່າ​ແຮງ. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຊື່ອ​ໝັ້ນ​ວ່າ: ການ​ມາ​ຢ້ຽ​ມ​ຢາມ​​ຂອງ​ທ່ານ Andrei Vorobyov ຄັ້ງ​ນີ້ ຈະ​ບັນ​ລຸ​ໄດ້​ຜົນ​ສຳ​ເລັດຫຼາຍ​ຢ່າງ, ປະ​ກອບ​ສ່ວນ​ຢ່າງ​ລະ​ອຽດ​ເຂົ້າ​​ບັນ​ດາເນື້ອ​ໃນ​ຄຳ​ໝັ້ນ​ສັນ​ຍາ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ສອງ​ປ​ະ​ເທດ; ພ້ອມ​ທັງ​ເພີ່ມ​ທະ​ວີການ​ສືບ​ຕໍ່​ມູນ​ເຊື້ອ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ຊາດ. ​ທ່ານປະ​ທານ​ປະ​ເທດ​ໃຫ້​ຮູ້​ວ່າ: ພ້ອມ​ກັບ​ບັນ​ດາ​ແງ່​​ຫວັງ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານນ້ຳ​ມັນ​ອາຍ​ແກັດ, ຫວຽດ​ນາມ​ປາ​ຖະ​ໜາ ຢາກ​ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັນ​ໃນຫຼາຍ​ຂົງ​ເຂດ, ບໍ​ພຽງ​ແຕ່​ໃນ​​ປະ​ເທດ​ຫວຽດນາມ​ເທົ່າ​ນັ້ນ ຫາກ​​ທັງໃນ​ທົ່ວ ASEAN ອີກ​ດ້ວຍ. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕິ້ນ​ຊາງ ເຊື່ອ​ໝັ້ນ​ວ່າ: ຈະ​ມີຫຼາຍ​ໂຄງ​ການ​ລົງ​ທຶນ​ຕື່ມ​ອີກ, ໃນ​ນັ້ນ​ມີ​ອຸດ​ສາ​ຫະ​ກຳ​ອາ​ຫານ​ຂອງວິ​ສາ​ຫະ​ກິດ​ຫວຽດ​ນາມ, ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ສະ​ດວກ​ສະ​ບາຍ​ຢູ່​ລັດ​ເຊຍ.

        ສ່ວນ ຜູ້​ວ່າກ​ານ​ແຂວງ Moscow Andrei Vorobyov ໃຫ້​ຮູ້​ວ່າ: ຈຸດ​ປະ​ສົງ​ການ​ຢ້ຽມ​ຢາມ​ຂອງ​ຄະ​ນະ​ເຖິງ​ຫວຽດ​ນາມ ແມ່ນ​ເພື່ອ​ແລກ​ປ່ຽນ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ວິ​ສາ​ຫະ​ກິດ​ຢູ່​ຫວຽດ​ນາມ ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ເຂດ​ອຸດ​ສາ​ຫະ​ກຳ​ຂອງ​ຫວຽດ​ນາມ​ຢູ່​ແຂວງ Moscow, ທີ່​ຜະ​ລິດ​ສະ​ເພາະ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຈາກ​ນົມ ແລະ ບັນ​ດາ​ຜະ​ລິດ​ຕະ​ພັນ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ເບົາ. ຜູ້​ວ່າກ​ານ​ແຂວງ Moscow Andrei Vorobyov ໃຫ້​ຮູ້​ວ່າ: ຝ່າຍ​ລັດ​ເຊຍ​ສະ​ໜັບ​ສະ​ໜູນ ແລະ ສ້າ​ງ​ເງື່ອນ​ໄຂ​ໃຫ້​ບັນ​ດາ​ໂຄງ​ການ​ຂອງວິ​ສາ​ຫະ​ກິດ​ຫວຽດ​ນາມ​​ທີ່ລົງ​ທຶນ​ເຂົ້າ​ແຂວງ Moscow; ປາ​ຖະ​ໜາ​​ຢາກຊຸກ​ຍູ້​ໂຄງ​ການ​ໄຟ​ຟ້າ​ນິວ​ເຄຼຍ ນິງ​ທ້ວນ, ເພີ່ມ​ທະ​ວີ​​ການຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ກັ່ນ​ຕອງ​ນ້ຳ​ມັນ.

ຂ່າວ/ບົດ​ອື່ນ