ບັນດາທ້ອງຖິ່ນມານະພະຍາຍາມປ້ອງກັນ ແລະ ຕ້ານພາຍຸນ້ຳຖ້ວມ

ບັນດາທ້ອງຖິ່ນມານະພະຍາຍາມປ້ອງກັນ ແລະ ຕ້ານພາຍຸນ້ຳຖ້ວມ - ảnh 1
ຝົນ​ຕົກ​ໜັກ ແລະ ນ້ຳ​ຖ້ວມ​ໄດ້​ເຮັດ​ໃຫ້​ 3 ຄົນ​ເສຍ​ຊີ​ວິດ( ໃນ​ນັ້ນ 1 ຄົນ​ຢູ່​ແຂ​ວງ​ເຊີນ​ລາ ແລະ 2 ຄົນ​ຢູ່​ແຂວງ ລາຍ​ເຈົາ)
(vovworld)-  ໄລ່​ຮອດ​ເວ​ລາ 12 ໂມງ​ຂອງວັນ​ທີ 2/8, ຝົນ​ຕົກ​ໜັກ ແລະ ນ້ຳ​ຖ້ວມ​ໄດ້​ເຮັດ​ໃຫ້​ 3 ຄົນ​ເສຍ​ຊີ​ວິດ( ໃນ​ນັ້ນ 1 ຄົນ​ຢູ່​ແຂ​ວງ​ເຊີນ​ລາ ແລະ 2 ຄົນ​ຢູ່​ແຂວງ ລາຍ​ເຈົາ) ແລະ ຊາວ​ແຂວງ​ດ້ຽນ​ບຽນ 4 ຄົນ​ຮັບ​ບາດ​ເຈັບ. ຝົນ​ຕົກ​ໜັກ ແລະ ນ້ຳ​ຖ້ວມ​ໄດ້​ເຮັດ​ໃຫ້ເຮືອນ​ຊານກວ່າ 200 ຫຼັງ​ຖືກ​ນ້ຳ​ຖ້ວມ; ເນື້ອ​ທີ່​ນາ 2.500 ແຮັກ​ຕາ ແລະ ພືດ​ສຳ​ຮອງ 680 ແຮັກ​ຕາ​ຖືກ​ເສຍ​ຫາຍ, ສັດ​ລ້ຽງ 11.500 ກວ່າ​ໂຕ​ຖືກ​ຕາຍ.

     ໃນ​ວັນ​ດຽວ​ກັນ, ສູນ​ພະ​ຍາ​ກອນ​ອຸ​ຕຸ​ນິ​ຍົມ​ອຸ​ທົກ​ກະ​ສາດ​ສູນ​ກາງ​ໃຫ້​ຮູ້​ວ່າ ຝົນ​ຕົກ​ໜັກ ແລະ ນ້ຳ​ຖ້ວມ​ສືບ​ຕໍ່​ເກີດ​ຂຶ້ນ​ຢູ່​ບັນ​ດາ​ທ້ອງ​ຖິ່ນ​ທາງ​ຕາ​ເວັນ​ອອກ​ພາກ​ເໜືອ. ສະ​ເພາະ​ຢູ່​ເມືອງ ຊາ​ປາ, ໃນ​ຊຸມມື້​ທີ່​ຜ່ານ​ມາ, ໄດ້​ເກີດ ຝົນ​ຕົກ​ໜັກ ອັນ​ໄດ້​ເຮັດ​ໃຫ້​ດິນ​ເຊາະ​ເຈື​ອນ​ຢູ່ຫຼາຍ​ບ່ອນ. ທ່ານ​ເລ​ເຕີ້ນ​ຟອງ ຮອງ​ປະ​ທານ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ເມືອງ​ຊາ​ປາ ໃຫ້​ຮູ້​ວ່າ: 

    “ ຢູ່​ທຸກໆ​ບ່ອນ​ທີ່​ເປັນອັນ​ຕະ​ລາຍ​ຈະມີ​ດິນ​ເຊາະ​ເຈືອນນັ້ນ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ໃຫ້​ຍົກ​ຍ້າຍ​ປະ​ຊາ​ຊົນ​ໄປ​ຍັງ​ເຂດ​ປອດ​ໄພ ແຕ່​ຄ່ຳ​ຄືນ​ວານນີ້. ລະ​ອຽດ​ແມ່ນ ທາງ​ເມືອງ​ໄດ້​ຍົກ​ຍ້າຍ 29 ຄອບ​ຄົວ​ຢູ່ 3 ຕາ​ແສງ ສື​ປ້ານ, ຈຸງ​ຈາຍ, ບ້ານກວາງ. ມີ​ບາງ​ບ່ອນ​ຖືກ​ເຊາະ​ເຈືອນ ແຕ່​ໄດ້​ຍົກ​ຍ້າຍ​ປະ​ຊາ​ຊົນ ໄປ​ຍັງ​ເຂດ​ປອດ​ໄພ, ດັ​່ງ ນັ້ນບໍ່​ມີ​ຜູ້​ໃດ​ຖືກ​ເສຍ​ຊີ​ວິດ, ມີ​ພຽງ​ຄອບ​ຄົວ​ໜຶ່ງ​ຖືກ​ເສຍ​ຫາຍ​ດ້ານ​ຊັບ​ສິນ​ເທົ່າ​ນັ້ນ ”

 

 

 

 

ຂ່າວ/ບົດ​ອື່ນ