ບັນດາທ້ອງຖິ່ນລະນຶກ55ປີແຫ່ງວັນວິນາດສະກຳທາດພິດສີສົ້ມ/ດີໂອຊິີນ

ບັນດາທ້ອງຖິ່ນລະນຶກ55ປີແຫ່ງວັນວິນາດສະກຳທາດພິດສີສົ້ມ/ດີໂອຊິີນ - ảnh 1
ແຂວງ​ຟູ໋​ອຽນ ມີກວ່າ 11.000 ຄົນ ​ຖືກຕິດ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີນ
(ພາບ​ປະ​ກອບ: baophuyen.com.vn)


(vovworld)- ໃນ​ວັນ​ທີ 10/8, ​ແຂວງ, ນະ​ຄອນ ຫຼາຍແຫ່ງ ໃນ​ທົ່ວ​ປະ​ເທດ ​ໄດ້​ຈັດ​ບັນ​ດາ​ການ​ເຄື່ອນ​ໄຫວ​ລະ​ນຶກ 55 ປີ ແຫ່ງວັນວິ​ນາດ​ສະ​ກຳ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ (10/8/1961-10/82016).

        ແຂວງ​ຟູ໋​ອຽນ ມີກວ່າ 11.000 ຄົນ ​ຖືກຕິດ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີນ. ເພື່ອ​ຊ່ວຍ​ເຫຼືອ, ລະ​ດົມ​ກຳ​ລັງ​ໃຈ​ບັນ​ດາ​ຄອບ​ຄົວ ແລະ ຜູ້​​ປະ​ສົບ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົມ/ດີ​ໂອ​ຊີນ ຜ່ານ​ຜ່າ​ຄວາມ​ເຈັບ​ປວດ, ຄວາມຫຍຸ້​ງຍາກ​ໃນ​ຊີ​ວິດ​ການ​ເປັນ​ຢູ່, ສະ​ມາ​ຄົມ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີນ ແຂວງຟູ໋​ອຽນ ​ລະ​ດົມ ໄດ້​ກວ່າ 15 ຕື້​ດົ່ງ​ ຮັບ​ໃຊ້ເຄື່ອນ​ໄຫວ​ການ​ເບິ່ງ​ແຍງ​ດູ​ແລ, ຊ່ວຍ​ເຫຼືອ, ເຊັ່ນ: ກໍ່ສ້າງ ແລະ ສ້ອມ​ແປງ​​ເຮືອນຢູ່​; ຢື້​ຢາມ​ຖາມ​ຂ່າວ ​​ບັນ​ດາຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ.

        ​ໃນ​ໂອ​ກາດລະ​ນຶກ 55 ປີ ແຫ່ງວັນວິ​ນາດ​ສະ​ກຳ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີນ ຢູ່​ຫວຽດ​ນາມ, ແຂວງ​ຕຽນ​ຢາງ ໄດ້ຈັດ​ຕັ້ງ​ການ​ຢື້​ຢາມ​ຖາມ​ຂ່າວ, ມອບ​ຂອງ​ຂວັນ ໃຫ້​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ /ດີ​ໂອ​ຊີນ ​ທີ່​​ປະ​ສົບ​ກັບ​ຫຍຸ້ງ​ຍາກ​ເປັນພິ​ເສດ. ສະ​ມາ​ຄົມ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີນ ແຂວງ​ຕຽນ​ຢາງ ກໍ່​ໄດ້​ກຳ​ນົດ​ສອງ​ໜ້າ​ທີ່​ສຳ​ຄັນ ໃນ​ໄລ​ຍະ 2016-2020 ແມ່ນຈະ​ສືບ​ຕໍ່​ລະ​ດົມບັນ​ດາ​ແຫຼ່ງ​ກຳ​ລັງ​ຈາກ​ສັງ​ຄົມໃຫ້​ດີ ເພື່ອ​ເບິ່ງ​ແຍງ​ດູ​ແລຜູ້​ປະ​ສົບ​ເຄາະ​ຮ້າຍ ແລະ ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ຕໍ່​ສູ້ທວງ​ເອົາຄວາມ​ຍຸດ​ຕິ​ທຳ ໃຫ້​ຜູ້​ປະ​ສົບ​ເຄາະ​ຮ້າຍ​.

        ຕອນ​ຄ່ຳ ວັນ​ທີ 10/8, ຢູ່​ນະ​ຄອນ​ດົງ​ເຮີຍ, ໄດ້​ດຳ​ເນີນ​​ລາຍການ ​ເຊີດ​ຊູ​ບັນ​ດາ​ແບບ​ຢ່າງດີ​ເດັ່ນ​ໃນ​ຂະ​ບວນ​ການ “ຮ່ວມ​ແຮງ​ຮ່ວມ​ໃຈບັນ​ເທົາ​ຄວາມ​ເຈັບ​ປວດ​ໃຫ້​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິ​ສີ​ສົ້ມ”. ໃນໂອ​ກາດນີ້, ທ່ານ ຫງວຽນ​ກ້ວກ​ຈິ້, ປະ​ທານ​ສະ​ມາ​ຄົມ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທິດ​ພິດ​ສີ​ສົ້ມ/ດີ​ໂອ​ຊີນ ແຂວງກວາງ​ບິ່ງ ຮຽກ​ຮ້ອງ​ບັນ​​ຜູ້​ໃຈ​ບຸນ, ປະ​ຊາ​ຄົມ​ສັງ​ຄົມ… ສືບ​ຕໍ່​ຮ່ວມ​ຮ່ວມ​ແຮງ​ຮ່ວມ​ໃຈ ບັນ​ເທົາ​ຄວາມ​ເຈັບ​ປວດ​ໃຫ້​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິ​ສີ​ສົ້ມ.

ຂ່າວ/ບົດ​ອື່ນ