ບັນດາທ້ອງຖິ່ນສະກັດກັ້ນ, ຕ້ານ ພາຍຸ Tembin ຢ່າງຮີບດ່ວນ

(VOVWORLD) - ທົ່ວແຂວງ ເບັ໋ນແຈ ໄດ້ອົບພະຍົບປະຊາຊົນປະມານ 22.000 ຄົນເຖິງບ່ອນປອດໄພ ແລະ ປະຕິບັດສຳເລັດວຽກງານນີ້ກ່ອນເວລາ 12 ໂມງ ຕອນທ່ຽງ ວັນທີ 25 ທັນວາ.

ໃນຕອນຄ່ຳວັນທີ 25 ທັນວາ, ພາຍຸ Tembin ໄດ້ພັດເຂົ້າເຂດແຄມທະເລແຕ່ແຂວງ ບ່າເຣ້ຍ - ຫວູງເຕົ່າ ຮອດແຂວງ ກາເມົາ. ນີ້ແມ່ນພາຍຸທີ່ອັນຕະລາຍ, ລະດັບລົມແຮງສູງ 100 ກມ/ໂມງ. ບັນດາທ້ອງຖິ່ນເກືອບທັງໝົດໃນເຂດພາຍຸພັດເຂົ້າໄດ້ຮຽກຮ້ອງໃຫ້ກ່ຳປັ່ນເຂົ້າບ່ອນປອດໄພ; ອົບພະຍົບປະຊາຊົນອອກຈາກເຂດອັນຕະລາຍ.

        ທົ່ວແຂວງ ເບັ໋ນແຈ ໄດ້ອົບພະຍົບປະຊາຊົນປະມານ 22.000 ຄົນເຖິງບ່ອນປອດໄພ ແລະ ປະຕິບັດສຳເລັດວຽກງານນີ້ກ່ອນເວລາ 12 ໂມງ ຕອນທ່ຽງ ວັນທີ 25 ທັນວາ.

        ວຽກງານປ້ອງກັນ, ຕ້ານພາຍຸໄດ້ຮັບການຜັນຂະຫຍາຍເຖິງບັນດາເຈົ້າຂອງກ່ຳປັ່ນ, ແຕ່ລະຄອບຄົວ ແລະ ເຖິງໝູ່ບ້ານແຫ່ງຕ່າງໆ. ໃນນັ້ນ, ບັນດາພາຫະນະເຮືອ, ກ່ຳປັ່ນຫາປາ ຕ້ອງຫຼີກລ້ຽງຢູ່ບ່ອນປອດໄພ, ບໍ່ໃຫ້ພາຫະນະໃດອອກໄປຫາປາຢູ່ທະເລຢ່າງເດັກຂາດ. ຍົກຍ້າຍປະຊາຊົນເຖິງບ່ອນຫຼີກລ້ຽງພາຍຸ, ໂຮງຮຽນ ແລະ ສຸກສາລາ.

        ຕອນຄ່ຳວັນທີ 24 ທັນວາ, ວຽກງານອົບພະຍົບປະຊາຊົນເຖິງເຂດປອດໄພໄດ້ຮັບການຜັນຂະຫຍາຍ. ປະຊາຊົນເກືອບທັງໝົດໄດ້ກຽມພ້ອມຍົກຍ້າຍໄປຍັງບ່ອນປອດໄພເພື່ອຮັບປະກັນໃຫ້ຊີວິດອິນຊີ.

ຕອບກັບ

ຂ່າວ/ບົດ​ອື່ນ