ບັນດາທ້ອງຖີ່ນເລີ່ມທຳ ການຜະລິດໃນຕົ້ນປີ

ບັນດາທ້ອງຖີ່ນເລີ່ມທຳ ການຜະລິດໃນຕົ້ນປີ - ảnh 1
(ພາບ:vietnamplus.vn)

    ວັນ​ທີ 1/1, ທ່າ​ກ່ຳ​ປັ່ນ ກວາງ​ນິງ ຈັດ​ພິທີ​ເລີ່​ມຂົນ​ຖ່າຍ​ສິນຄ້າ​ຖ້ຽວ​ທຳ​ອິດ​ໃນ​ປີ 2012. ປີ 2012, ທ່າ​ກ່ຳ​ປັ່ນ ກວາງ​ນິງ ສູ້​ຊົນ​ບັນລຸ​ຍອດ​ປະລິມານ​ສິນຄ້າ​ຂົນ​ສົ່ງ​ຜ່ານ​ທ່າ​ກ່ຳ​ປັ່ນ​ແມ່ນ 7,5 ​ລ້ານ​ໂຕນ, ​ເພີ່ມ​ຂຶ້ນ 10% ​ເມື່ອ​ທຽບ​ໃສ່​ປີ 2011.

    ຕອນ​ເຊົ້າ​ວັນ​ທີ 1/1, ພະ​ແນ​ກວັດທະນະທຳ ກິລາ ​ແລະ​ທ່ອງ​ທ່ຽວ ​ແຂວງ ກວາງ​ນິງ ​ໄດ້​ຕ້ອນຮັບ ​ແລະ​ມອບ​ດອກ​ໄມ້ ອວຍພອນ​ບັນດາ​ນັກ​ທ່ອງ​ທ່ຽວ​ທຳ​ອິດ​ທີ່​ມາ​ຢ້ຽມຢາມ​ອ່າວ ຮ້າ​ລອງ​ໃນ​ປີ 2012. ​ໃນ​ມື້​ທຳ​ອິດ​ຂອງ​ປີ, ທ່າ​ກ່ຳ​ປັ່ນ​ທ່ອງ​ທ່ຽວ ບ້າຍ​ໄຈ໋ ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຈີນ, ຍີ່ປຸ່ນ ​ແລະ ນັກ​ທ່ອງ​ທ່ຽວ​ຫຼາຍ​ປະ​ເທດ​ຂອງ ​ໄຊ​ງ່ອນ​ຕູ​ຮິດ 3 ຄະນະ ມາ​ຢ້ຽມຢາມ​ອ່າວ ຮ້າ​ລອງ. ປີ 2012, ​ແຂວງ ກວາງ​ນິງສູ້​ຊົນ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ໃຫ້​ໄດ້ 7 ລ້ານ​ເທື່ອ​ຄົນ ​ແລະ ບັນລຸ​ລາຍ​ຮັບ 4.000 ຕຶ້ດົ່ງ.

    ສ່ວນ​ປ່າ​ສະຫງວນ ຟອງ​ຍາ​ແກ​ບ່າງ, ​ແຂວງ ກວາງ​ບິ່ງ ​ໄດ້​ຕ້ອນຮັບບັນດາ​ນັກ​ທ່ອງ​ທ່ຽວຜູ້​ທຳ​ອິດ​ໃນ​ປີ 2012. ນັກ​ທ່ອງ​ທ່ຽວ​ມາ​ຈາກ​ໄທ ​ແມ່ນ​ນັກ​ທ່ອງ​ທ່ຽວ​ຜູ້​ທີ 3 ລ້ານ ມາ​ຢ້ຽມຢາມ​ມໍລະດົກ​ທຳ​ມະ​ຊາດ ​ໂລກ ປ່າ​ສະຫງວນ ຟອງ​ຍາ​ແກ​ບ່າງ.

ຂ່າວ/ບົດ​ອື່ນ