ບັນ​ດາ​ນັກ​ວິ​ທະ​ຍາ​ສາດ ຫວຽດ​ນາມ - ອົດ​ສະ​ຕາ​ລີ​ຮ່ວມ​ມື​ປະ​ດິດ​ສ້າງ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ Covid – 19

(VOVWORLD) -ໂດຍບໍ່ຫົວຊາຕໍ່ບັນດາຄວາມຫຍຸ້ງຍາກຈາກບັນດາຄຳສັ່ງຈຳກັດການເດີນທາງໄປມາໃນໄລຍະເກີດໂລກລະບາດ Covid – 19, ບັນດານັກວິທະຍາສາດ ຂອງມະຫາວິທະຍາໄລ ເຕັກໂນໂລຢີ Sydney (UTS, ອົດສະຕາລີ) ແລະ ບັນດາມະຫາວິທະຍາໄລຄູ່ຮ່ວມມືຢູ່ຫວຽດນາມ ຍັງຊອກຫາວິທີການໃໝ່ໃຫ້ແກ່ການຜັນຂະຫຍາຍໂຄງການຮ່ວມມືລະຫວ່າງສອງຝ່າຍ ຢູ່ຫວຽດນາມ.
ບັນ​ດາ​ນັກ​ວິ​ທະ​ຍາ​ສາດ ຫວຽດ​ນາມ - ອົດ​ສະ​ຕາ​ລີ​ຮ່ວມ​ມື​ປະ​ດິດ​ສ້າງ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ Covid – 19 - ảnh 1 ລະບົບຕິດຕາມສິ່ງແວດລ້ອມນ້ຳທະເລທີ່ນຳໃຊ້ເຕັກໂນໂລຢີທີ່ກ້າວໜ້າຢູ່ຟູອຽນ (ພາບ: UTS Rapido ຫວຽດນາມ)

ໂຄງການ UTS Rapido ຫວຽດນາມ: “ອຸດສາຫະກຳ 4.0 ໃຫ້ແກ່ບັນດາລະບົບນ້ຳແບບຍືນຍົງ” ນອນໃນຂອບເຂດໂຄງການປ່ຽນແປງໃໝ່ປະດິດຄິດສ້າງ Aus4Innovation (ໂຄງການປ່ຽນແປງໃໝ່ຮ່ວມມືປະດິດຄິດສ້າງ ລະຫວ່າງ ອົດສະຕາລີ ແລະ ຫວຽດນາມ) ໂດຍລັດຖະບານ ອົດສະຕາລີອຸປະຖຳ ເພື່ອແນໃສ່ ຕິດຕັ້ງອຸປະກອນໃຫ້ບັນດາມະຫາວິທະຍາໄລ ແລະ ອົງການຄົ້ນຄ້ວາຂອງຫວຽດນາມ ເພື່ອເສີມຂະຫຍາຍກຳລັງຄວາມສາມາດໃນການຄົ້ນຄ້ວາ, ສ້າງບັນດາຮູບແບບທີ່ເໝາະສົມ ແລະ ສ້າງບັນດາເຕັກໂນໂລຢີປະດິດສ້າງທີ່ສຳຜັດໄດ້ງ່າຍໃຫ້ແກ່ພື້ນຖານເສດຖະກິດ, ເປັນຕົ້ນແມ່ນວິສາຫະກິດຂະໜາດນ້ອຍ ແລະ ກາງ.

ຕອບກັບ

ຂ່າວ/ບົດ​ອື່ນ