ບັນດານັກຮຽນຮູ້ ຕ່າງປະເທດປະຕິ ເສດຄວາມຮຽກຮ້ອງອະທິປະໄຕຂອງ ຈີນ ໃນທະເລຕາ ເວັນອອກ

ບັນດານັກຮຽນຮູ້ ຕ່າງປະເທດປະຕິ ເສດຄວາມຮຽກຮ້ອງອະທິປະໄຕຂອງ ຈີນ ໃນທະເລຕາ ເວັນອອກ - ảnh 1

ທະຫານ​ເຮືອ​ຫວຽດນາມ ລາດ​ຕາ​ເວັນ​ຢູ່​ເຂດ​ໝູ່​ເກາະ​ເຈື່ອງ​ຊາ

(ພາບ:ອິນ​ເຕີ​ແນັດ)

(vovworld) -    ກອງປະຊຸມ​ສຳ​ມະ​ນາສາກົນ​ທີ່​ມີ​ຂອບ​ຂະໜາດ​ໃຫ່ຍດ້ວຍ​ຫົວ​ຂໍ້​ວ່າ:  ​“ທະ​ເລ​ຕາ​ເວັນ​ອອກແມ່ນ​ວິ​ກິດ​ການ​ໃໝ່ຫຼືບໍ່?“ ຫາ​ກໍ່​​ໄດ້ດຳ​ເນີນ​ໄປຢູ່​ປາຣີ ປະ​ເທດ​ຝະລັ່ງ. ຄຳ​ເຫັນ​ຂອງ​ບັນດາ​ຜູ້​ຊ່ຽວຊານ​ຕ່າງປະ​ເທດ​ໄດ້​ປະຕິ​ເສດ​ຢ່າງ​ແຮງ​ຕໍ່​ບັນດາ​ຄຳ​ຮຽກຮ້ອງ​ອະທິປະ​ໄຕ​ຂອງ​ຈີນ ​ໃນ​ທະ​ເລ​ຕາ​ເວັນ​ອອກ, ພິ​ເສດ​ແມ່ນ​ຖ້ອຍ​ທຳນອງ​ໄຮ້​ເຫດຜົນ​ກ່ຽວ​ກັບ​ເສັ້ນລີ້ນ​ງົວ; ວິ​ເຄາະ​ລະອຽດ​ແຜນ​ທີ່​ເສັ້ນລີ້ນ​ງົວ​ຂອງ​ຈີນ ​ແລະ ພິສູ​ດວ່າ ​ແຜນ​ທີ່​ສະບັບ​ດັ່ງກ່າວ​ບໍ່​ສອດຄ່ອງ​ກັບ​ກົດໝາຍ​ສາກົນ. ສາດສະດາຈານ Monique Chemillier Gendreau ສັງກັດມະຫາວິທະຍາ​ໄລ​ປາຣີ 7 ຖື​ວ່າ:

  “ກົດໝາຍ​ສາກົນ​ປະຈຸ​ບັນ​ໄດ້​ກຳນົດ​ວ່າ: ປະ​ເທດ​ໜຶ່ງ​ສາມາດ​ຖະ​ແຫຼ​ງປະກາດ ອະທິປະ​ໄຕ​ໃນ​ເກາະ​ແຫ່ງ​ໜຶ່ງ​ຖ້າ​ເຂົາ​ເຈົ້າ​ໄດ້​ຊອກ​ເຫັນ​ເກາະ​ແຫ່ງ​ນັ້ນ, ມີໜ້າ​ເປັນ​ປະຈຳ ​ແລະ ຍາວ​ນານ, ພ້ອມ​ທັງ​ມີ​ລະບົບ​ການ​ຄຸ້ມ​ຄອງ​ບໍລິຫານ​ຢູ່​ແຫ່ງ​ນັ້ນ. ອີງ​ຕາມ​ນັ້ນ, ບັນດາ​ຂໍ້​ອ້າງ​ອີງ​ຂອງ​ຈີນ ​ແມ່ນອີງ​​ໃສ່ແຫຼ່ງ​ເອກະສານ​ປະຫວັດສາດ ​ແລະ ວັນນະຄະດີ​ບໍ່​ມີ​ລັກສະນະ​ກົດໝາຍ. ກົດໝາຍ​ສາກົນ​ຮຽກຮ້ອງ​ໃຫ້​ມີ​ບັນດາ​ຫຼັກ​ຖານອັນ​ແນ່ນອນ. ​ໃນ​ຂະນະ​ນັ້ນ, ຝ່າຍ​ຫວຽດນາມ ກໍ່​ມີ​ບັນດາ​ຫຼັກ​ຖານ​ພິສູ​ດໃຫ້​ເຫັນ​ວ່າ: ​ໃນ​ສະ​ໄໝ​ອານ​ນາມ, ນັບ​ແຕ່​ສັດຕະວັດ​ທີ 18 ຮອດ​ກາງ​ສັດຕະວັດ​ທີ 19, ​ເມື່ອ​ຝະລັ່ງ ​ໄດ້​ປົກຄອງ, ອຳນາດ​ການ​ປົກຄອງ​ໃນ​ໄລຍະ​ນັ້ນຢູ່​ຫວຽດນາມ​ກໍ່​ມີ​ຫົວໜ່ວຍ​ຄຸ້ມ​ຄອງ​ຂອງ​ອຳນາດ​ການ​ປົກຄອງ​ດ້ວຍ​ບົດບາດ​ບໍລິຫານ​ຕໍ່​ຮ່ວາງ​ຊາ ​ແລ້ວ. ກ່ຽວ​ກັບ​ເຈື່ອງ​ຊາ, ມີບັນດາ​ເອກະສານ​ຂອງ​ຝະລັ່ງ ​​ໄດ້​ສະ​ແດງໃຫ້​ເຫັນ​ວ່າ, ​ໃນ​ຊຸມ​ປີ 1930, ອຳນາດ​ການ​ປົກຄອງ​ຈີນ ຍັງ​​ເຂົ້າ​ໃຈ​ຜິດ​ກ່ຽວ​ກັບ​ເຂດ​ໝູ່​ເກາະ​ແຫ່ງ​ນີ້ ​ແລະ ບໍ່​ມີໃນ​ແຜນ​ທີ່​ແຫ່ງ​ຊາດ

ຂ່າວ/ບົດ​ອື່ນ