ບັນດານັກໄກ່ເກ່ຍປອງດອງຈັດກອງປະຊຸມຢູ່ ອີຢິບ ປຶກສາຫາລືກ່ຽວກັບຂໍ້ຕົກລົງຢຸດຍິງ ກາຊາ

(VOVWORLD) - ຫົວໜ້າອົງການສືບລາດຊະການລັບແຫ່ງຊາດຂອງ ອີຢິບ, ຕວັກກີ ແລະ ນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດ ກາຕາ ໄດ້ປຶກສາຫາລືກ່ຽວກັບບັນດາມາດຕະການເພື່ອກ້າວໄປເຖິງໄລຍະທີ 2 ຂອງຂໍ້ຕົກລົງຢຸດຍິງ ກາຊາ

        ວັນທີ 25 ພະຈິກ, ບັນດາເຈົ້າໜ້າທີ່ສືບລາດຊະການລັບ ອີຢິບ, ຕວັກກີ ແລະ ນາຍົກລັດຖະມົນຕີ ກາຕາ ໄດ້ມີການພົບປະຢູ່ ອີຢິບ, ປຶກສາຫາລືກ່ຽວກັບໄລຍະທີ 2 ຂໍ້ຕົກລົງຢຸດຍິງ ກາຊາ.

        ຕາມສື່ມວນຊົນ ກາຊາ ແລ້ວ, ຫົວໜ້າອົງການສືບລາດຊະການລັບແຫ່ງຊາດຂອງ ອີຢິບ, ຕວັກກີ ແລະ ນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດ ກາຕາ ໄດ້ປຶກສາຫາລືກ່ຽວກັບບັນດາມາດຕະການເພື່ອກ້າວໄປເຖິງໄລຍະທີ 2 ຂອງຂໍ້ຕົກລົງຢຸດຍິງ ກາຊາ, ໃນສະພາບທີ່ບັນດາການກະທຳລະເມີດຂອງ ອິດສະຣາແອັນ ຢູ່ ກາຊາ ນັບມື້ນັບເພີ່ມຂຶ້ນ.

        ບັນດາເຈົ້າໜ້າທີ່ກໍ່ໄດ້ຈັດການທາບທາມຄວາມເຫັນຢ່າງເລິກເຊິ່ງ, ກວ້າງຂວາງກ່ຽວກັບການເພີ່ມທະວີຄວາມມານະພະຍາຍາມລວມ, ສຸມໃສ່ການສົມທົບກັບສູນປະສານງານພົນລະເຮືອນ - ການທະຫານ (CMCC) - ສູນຕິດຕາມຄຳສັ່ງຢຸດຍິງໂດຍ ອາເມລິກາ ແລະ ບັນດາປະເທດສຳພັນທະມິດສ້າງຂຶ້ນຢູ່ທາງພາກໃຕ້ ອິດສະຣາແອັນ, ແນໃສ່ຮັບປະກັນການປະຕິບັດຂໍ້ຕົກລົງຢຸດຍິງ ກາຊາ ແລະ ສະກັດກັ້ນສະພາບການເຄັ່ງຕຶງຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ