ບັນດາບັນຫາສຳຄັນພິເສດຂອງປະເທດຊາດຄວນຍົກອອກມາເພື່ອລົງປະຊາມະຕິ

ບັນດາບັນຫາສຳຄັນພິເສດຂອງປະເທດຊາດຄວນຍົກອອກມາເພື່ອລົງປະຊາມະຕິ - ảnh 1
(ພາບປະກອບ)

(vovworld) - ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ລົງ​ປະຊາ​ມະຕິ ​ແມ່ນ​ເນື້ອ​ໃນ​ໃຫຍ່​ເຊິ່ງບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ໃນ​ຕອນ​ເຊົ້າ​ວັນ​ທີ 12/11 ຢູ່​ຮ່າ​ໂນ້ຍ.

        ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ໄດ້​ເຫັນ​ດີ​ເປັນ​ເອກະພາບ​ສູງ​ຕໍ່​ເລື່ອງ​ ກຳນົດລົງ​ປະຊາ​ມະຕິ​ສຳລັບ​​ບັນດາ​ບັນ​ຫາ​ສຳຄັນ​ພິ​ເສດ​ຂອງ​ປະ​ເທດຈະ​ຖືກ​ຈັດ​ຕັ້ງ ​ແລະ ປະຕິບັດ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ລົງ​ປະຊາ​ມະຕິ​ ​ໄດ້ຍົກ​ສູງ​ຫຼັກການ​ສິດ​ອຳນາດ​ຂອງ​ປະຊາຊົນ, ​ເພີ່ມທະວີ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົວປວງ​ຊົນ​ທັງ​ຊາດ, ​ເພີ່ມ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງຄົມ. ທ່ານ ບຸ່ຍ​ແມ້ງ​ຮຸ່ງ, ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ ບິ່ງ​ເຟືອ​ກ, ປະ​ກອບ​ຄວາມ​ເຫັນ​ວ່າ:

        “ຕາມ​ຂ້າພະ​ເຈົ້າ​ແລ້ວ, ບັນດາ​ບັນຫາ​ສຳຄັນ​ພິ​ເສດ ຕ້ອງ​ແມ່ນ​ບັນຫາ​ທີ່​ມີ​ການ​ກະທົບ​ຢ່າງ​ກວ້າງຂວາງ, ສົ່ງ​ຜົນ​ສະທ້ອນ​ເຖິງ​ຊາຕາກຳ​ຂອງ​ປະ​ເທດ​ຊາດ, ​ເຖິງ​ທ່າ​ອ່ຽງພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ​ຊາດ, ​ແມ່ນ​ບັນຫາ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຫາງ​ສຽງ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ, ທັງ​ແມ່ນ​ບັນຫາ​ທີ່​ມີ​ລັກສະນະ​ພາວະ​ວິ​ໄສ ຮຽກຮ້ອງ​ຕ້ອງ​ລະດົມ​ເຈດ​ຈຳນົງ​ຂອງ​ທົ່ວປວງ​ຊົນ​ຈຶ່ງ​ສາມາດ​ແກ້​ໄຂ​ບັນຫາ​ນັ້ນ​ໄດ້“.

        ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ຢືນຢັນ​ວ່າການ​ລົງ​ປະຊາ​ມະຕິ ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະຊາ​ຊົນ, ​ເປີດ​ກວ້າງ​ບັນດາ​ຮູບ​ການ​ປະຊາທິປະ​ໄຕ​ໂດຍ​ກົງ. ​ເລື່ອງ​ກໍ່ສ້າງຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ລົງ​ປະຊາ​ມະຕິ ​ເພື່ອ​ແນ​ໃສ່​ຫັນບັນດາ​ຂໍ້​ກຳນົດ​ຂອງ​ລັດຖະທຳມະນູນ​ປີ 2013 ເປັນ​ລະອຽດ ​ແລະ ປັບປຸງ​ລະບົບ​ກົດໝາຍ​ຫວຽດນາມ​ໃຫ້​ສົມ​ບຸນ​ແບບ. ຄາດ​ວ່າສະພາ​ແຫ່ງ​ຊາດ​ຈະ​ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ການ​ລົງ​ປະຊາ​ມະຕິ ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10, ສະພາ​ແຫ່ງ​ຊາດ​ຫວຽດນາມ ​ຊຸດ​ທີ 13.

ຂ່າວ/ບົດ​ອື່ນ