ບັນ​ດາ​ບໍ​ລິ​ສັດ​ ​ອິນ​ເຕີ​ແນັດ​ຂອງ​ຫວຽດ​ນາມ ຖືກ​ຈັດ​ເຂົ້າ​ໃນ top ບັນ​ດາ​ເຄື່ອງ​ໝາຍ​ການ​ຄ້າ​ໂທ​ລະ​ຄົມ​ມະ​ນາ​ຄົມ​ທີ່​ມີ​ມູນ​ຄ່າ​ສູງ​ໃນ​ໂລກ

(VOVWORLD) -Brand Finance ເຊິ່ງເປັນອົງການຈັດອັນດັບເຄື່ອງໝາຍການຄ້າ ທີ່ມີສຳນັກງານຕັ້ງຢູ່ ລອນດອນ ປະເທດອັງກິດ ຫາກໍ່ປະກາດ top 150 ບໍລິສັດ ອິນເຕີແນັດໂທລະຄົມມະນາຄົມ ທີ່ມີມູນຄ່າສູງທີ່ສຸດໃນປີ 2020. 

ຕາມບັນຊີລາຍຊື່ດັ່ງກ່າວ, ທັງ 4 ເຄື່ອງໝາຍການຄ້າ ໃຫຍ່ສຸດຂອງຫວຽດນາມ ເຊິ່ງລວມມີ VNPT, VinaPhone, Viettel, MobiFone ລ້ວນແຕ່ນອນຢູ່ໃນບັນຊີລາຍຊື່ດັ່ງກ່າວນີ້.

ເຖິງຢ່າງໃດກໍຕາມ, ຕາມ ອົງການ  Brand Finance ແລ້ວ, ປີ 2020 ນີ້, ບໍລິສັດ VNPT  ແລະ VinaPhone ແມ່ນສອງບໍລິສັດມີລະດັບການເຕີບໂຕທີ່ສຸດໃນ ຈຳນວນ 4 ບໍລິສັດໂທລະຄົມມະນາຄົມໃຫຍ່ທີ່ສຸດຂອງຫວຽດນາມ. Brand Finance ກໍເນັ້ນໜັກເຖິງບົດບາດຂອງລັດຖະບານຫວຽດນາມ ສຳລັບຍຸດທະສາດຍູ້ແຮງການປະຕິວັດອຸດສາຫະກຳ ຄັ້ງທີ 4, ສຸມໃສ່ກໍ່ສ້າງນະຄອນອັດສະລິຍະ, ໜູນຊ່ວຍວິສາຫະກິດ start up ແລະ ຍຸດທະສາດພັດທະນາອິນເຕີແນັດເຄື່ອນທີ່ 4G,  5G ແລະ ອິນເຕີແນັດສັບພະສິ່ງ. ຍຸດທະສາດດັ່ງກ່າວຂອງລັດຖະບານ ໄດ້ເປັນ ກຳລັງໜູນ ໃຫ້ແກ່ບັນດາບໍລິສັດໂທລະຄົມມະນາຄົມ ຂອງຫວຽດນາມ ພັດທະນາຢ່າງແຮງ ໃນນັ້ນ ພົ້ນເດັ່ນແມ່ນບໍລິສັດ VNPT.

ຕອບກັບ

ຂ່າວ/ບົດ​ອື່ນ