ບັນດາບໍລິສັດອາເມລິກາ ຊຸກຍູ້ສະພາແຫ່ງຊາດ ໃຫ້ສັດຕະຍາບັນຂໍ້ ຕົກລົງການຮ່ວມມືດ້ານ ນິວເຄຼຍກັບຫວຽດນາມ


ບັນດາບໍລິສັດອາເມລິກາ ຊຸກຍູ້ສະພາແຫ່ງຊາດ ໃຫ້ສັດຕະຍາບັນຂໍ້ ຕົກລົງການຮ່ວມມືດ້ານ ນິວເຄຼຍກັບຫວຽດນາມ - ảnh 1

(ພາບປະ​ກອບ)

(vovworld) –  ສະ​ຖາ​ບັນ​ພະລັງງານ​ນິວ​ເຄຼຍ (Nuclear Enegry Institute-NEI) ​ແລະ ບັນດາ​ບໍລິສັດພະລັງງານ​ນິວ​ເຄຼຍຂອງ​ອາ​ເມ​ລິ​ກາ ຫາ​ກໍ່​ຊຸກຍູ້​ສະພາ​​ແຫ່ງ​ຊາດ​ປະ​ເທດ​ນີ້​ໃຫ້​ສັດຕະຍາບັນຂໍ້​ຕົກລົງ​ຮ່ວມ​ມື​ດ້ານ​ນິວ​ເຄຼຍກັບ​ຫວຽດນາມ ​ໂດຍ​ໄວ, ຖື​ວ່າ, ການ​ຮ່ວມ​ມື​ກັບ​ຫວຽດນາມ ຈະ​ປະກອບສ່ວນ​ຍູ້​ແຮງ​ການ​ສົ່ງ​ອອກ ​ແລະ ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຊາວ​ອາ​ເມ​ລິ​ກາ ຕື່ມ​ອີກ.

  ທ່ານ Gary Wolski ຮອງ​ປະທານ​ບໍລິສັດ​ບໍລິການ​ພະລັງງານ ​ແລະ ອຸດສາຫະກຳ Curtiss Wright Coperation ຖື​ວ່າ, ​ໃນ​ຊຸມ​ປີຜ່ານມາ, ​ເສດຖະກິດ​ຫວຽດນາມ ມີ​ການ​ເຕີບ​ໂຕ​ເປັນ​ປົກກະຕິ, ຢູ່​ໃນ​ລະດັບ 5-6%/ປີ. ຫວຽດນາມ ມີ​ແຜນການ ຮອດ​ປີ 2030 ຈະ​ຜະລິດ​ໄຟຟ້າ​ນິວ​ເຄຼຍ 10.000 MW ​ແລະ ຄາດ​ວ່າ, ບັນດາ​ຮາກ​ຖານ​ກະຈາຍໄຟຟ້າ​ນິວ​ເຄຼຍທຳ​ອິດຈະ​ນຳ​ເຂົ້າ​ເຄື່ອນ​ໄຫວ​ໃນ​ທົດ​ສະ​ວັດ​ຈະ​ມາ​ເຖິງ. ​ໃນ​ຂະນະ​ນັ້ນ, ອາ​ເມ​ລິ​ກາ​ ພັດ​ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດທະນາ​ຕະຫຼາດ​ສາກົນ, ສະນັ້ນ, ຄວາມ​ສາມາ​ດບົ່ມ​ຊ້ອນ​​ໃນ​ການ​ຮ່ວມ​ມື​ແມ່ນ​ໃຫ່ຍຫຼວງ​ທີ່​ສຸດ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ດ້ານ​ພະລັງງານ, ນິວ​ເຄຼຍຢູ່​ຕະຫຼາດ​ຫວຽດ​ນາມ ​ແມ່ນ​ມີ​ຄວາມ​ດຶງ​ດູດ​ໃຈ​ບັນດາ​ນັກ​ລົງທຶນ​ອາ​ເມ​ລິ​ກາ./.

ຂ່າວ/ບົດ​ອື່ນ