ບັນດາປະເທດ ອີຢູ ຂັດແຍ້ງກັນໃນບັນຫາເປີດດ່ານຊາຍແດນຄືນໃໝ່

(VOVWORLD) -  ວັນທີ 20 ພຶດສະພາ, ທີ່ກອງປະຊຸມທາງອອນລາຍ, ບັນດາລັດຖະມົນຕີການທ່ອງທ່ຽວປະເທດສະມາຊິກສະຫະພາບເອີຣົບ (ອີຢູ) ໄດ້ປຶກສາຫາລືກ່ຽວກັບແຜນການເປີດດ່ານຊາຍແດນຄືນໃໝ່ໃນລະດູຮ້ອນປີນີ້ ຕາມການສະເໜີຂອງຄະນະກຳມະການເອີຣົບ (EC). ເຖິງຢ່າງໃດກໍ່ຕາມ, ບັນດາຝ່າຍບໍ່ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບບັນຫາດັ່ງກ່າວ.
ບັນດາປະເທດ ອີຢູ ຂັດແຍ້ງກັນໃນບັນຫາເປີດດ່ານຊາຍແດນຄືນໃໝ່ - ảnh 1 ບັນດາປະເທດ ອີຢູ ຂັດແຍ້ງກັນໃນບັນຫາເປີດດ່ານຊາຍແດນຄືນໃໝ່ (ພາບ:AFP/TTXVN)

        ກ່ຽວກັບເລື່ອງໂລກລະບາດໂຄວິດ-19 ພວມມີການຜັນແປຢ່າງຕັ້ງໜ້ານັ້ນ ໄດ້ສ້າງກຳລັງໜູນ ເພື່ອໃຫ້ບັນດາຝ່າຍກ້າວໄປເຖິງການຕັດສິນໃຈດຳເນີນການປຶກສາຫາລືເລື່ອງເປີດດ່ານຊາຍແດນຄືນໃໝ່ ແລະ ຟື້ນຟູຂະແໜງການທ່ອງທ່ຽວ ພາຍຫລັງຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ-19 ມາເປັນເວລາຫລາຍເດືອນ. ແຕ່ບັນດາລັດຖະມົນຕີທັງ 27 ປະເທດສະມາຊິກ ອີຢູ ພັດບໍ່ມີຄວາມເຫັນດີກ່ຽວກັບແຜນການໂດຍ EC ສະເໜີມາ. ທ່ານ Gari Capelli, ລັດຖະມົນຕີການທ່ອງທ່ຽວ ກຣົວຊີ, ປະເທດຮັກສາຕຳແໜ່ງປະທານພັດປ່ຽນກັນຂອງ ອີຢູ ຖືວ່າ: ຄວນມີການປຶກສາຫາລືຕື່ມອີກ ກ່ຽວກັບວິທີນຳໃຊ້ “ບັນດາມາດຕະການກ່ຽວກັບການທ່ອງທ່ຽວ” ຍ້ອນວ່າ ເອີຣົບ ບໍ່ສາມາດສ່ຽງໄປຕາຍຮັບຄວາມສ່ຽງ ພາຍຫລັງທີ່ປິດປະເທດມາເປັນເວລາກ່ວາໜຶ່ງເດືອນຜ່ານມາ.

        ຕາມການຄາດຄະເນແລ້ວ, ທ່ານ Thierry Breton ກຳມະການຮັບຜິດຊອບຕະຫລາດພາຍໃນ ຈະນຳສະເໜີບັນດາມາດຕະການການເງິນໜູນຊ່ວຍຂະແໜງການທ່ອງທ່ຽວຢູ່ບັນດາປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ໃນວັນທີ 27 ພຶດສະພາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ