ບັນດາປະເທດ ອາຣັບ ເປີດຄວາມລັບກ່ຽວກັບເງື່ອນໄຂເປັນຄົນກາງໄກ່ເກ່ຍວິກິດການ ກາຕາ

(VOVWORLD) - ສຳນັກຂ່າວສານ WAM ຂອງ ສະຫະລັດ ອາຣັບ ເອມີເລັດ (UAE) ໃຫ້ຮູ້ວ່າ ວັນທີ 20 ກໍລະກົດ ບັນດານັກການທູດຈາກ ສະຫະລັດ ອາຣັບ ເອມີເລັດ (UAE), ຊະອຸດິ ອາຣາບິ, ອີຢິບ ແລະ ບາເຣັນ
ບັນດາປະເທດ ອາຣັບ ເປີດຄວາມລັບກ່ຽວກັບເງື່ອນໄຂເປັນຄົນກາງໄກ່ເກ່ຍວິກິດການ ກາຕາ - ảnh 1 ບັນດາປະເທດ ອາຣັບ ເປີດຄວາມລັບກ່ຽວກັບເງື່ອນໄຂເປັນຄົນກາງໄກ່ເກ່ຍວິກິດການ ກາຕາ (ພາບ: AFP)

ຖະແຫຼງວ່າ ບໍ່ວ່າການໄກ່ເກ່ຍໃດໆ ໃນວິກິດການ ກາຕາ ລ້ວນແຕ່ຕ້ອງອີງໃສ່ບັນຊີລາຍຊື່ປະກອບດ້ວຍ 6 ຂໍ້ຮຽກຮ້ອງ. ກ່າວຄຳເຫັນທີ່ການປະຊຸມຂ່າວຮ່ວມຢູ່ ນິວຢອກ ປະເທດ ອາເມລິກາ, ບັນດານັກການທູດຂອງ 4 ປະເທດດັ່ງກ່າວ ຢືນຢັນວ່າ ບັນຊີລາຍຊື່ບັນດາຂໍ້ຮຽກຮ້ອງເປັນຄົນກາງໄກ່ເກ່ຍຕ້ອງຮັບປະກັນໄດ້ບັນດາປົດໄຈ, ລວມມີ “ຄວາມຈຳເປັນ ຕ້ອງເຄົາລົບການສູ້ຮົບຕ້ານກໍ່ການຮ້າຍ ແລະ ຫົວຮຸນແຮງ, ປະລະການປຸກປັ່ນຍຸແຍ່ ແລະ ຮຽກຮ້ອງຄວາມອະນຸໂລມຕໍ່ການໃຊ້ຄວາມຮຸນແຮງ, ປະຕິບັດບັນດາສັນຍາ ເຊິ່ງໄດ້ເຊັນກັນເມື່ອປີ 2013 ແລະ 2014 ໃນຂອບເຂດສະພາຮ່ວມມືບັນດາປະເທດ ອາຣັບ ເຂດອ່າວ ເປີເຊຍ ແລະ ໝາກຜົນກອງປະຊຸມສຸດຍອດ ອາຣັບ - ອາເມລິກາ ຢູ່ Riyadh ເມື່ອເດືອນ ພຶດສະພາ 2017”. ນອກນັ້ນ ບັນດາຂໍ້ຮຽກຮ້ອງທີ 5 ແລະ ທີ 6 ທີ່ກ່ຽວຂ້ອງ “ເລື່ອງປະຕິເສດການແຊກແຊງເຂົ້າວຽກງານພາຍໃນ ແລະ ໜູນຊ່ວຍບັນດາກຸ່ມຝ່າຍຜິດກັບກົດໝາຍ” ກໍ່ຄື “ຫຼັກການຮັບຜິດຊອບຂອງປະຊາຄົມສາກົນໃນການຕໍ່ສູ້ຕ້ານກໍ່ການຮ້າຍ ແລະ ຫົວຮຸນແຮງ”.

ຕອບກັບ

ຂ່າວ/ບົດ​ອື່ນ