ບັນດາປະເທດລ້ວນແຕ່ມີສິດເສລີໃນການເດີນທະເລແລະການບິນຕາມກົດໝາຍສາກົນ

ບັນດາປະເທດລ້ວນແຕ່ມີສິດເສລີໃນການເດີນທະເລແລະການບິນຕາມກົດໝາຍສາກົນ - ảnh 1
ກຳ​ປັ່ນ​ຂັບ​ໄລ່ USS Lassen ເຂົ້າ​ທະ​ເລ​ຕາ​ເວັນ​ອອກ
ພາບ:datviet
(vovworld)- ກ່ຽວ​ຂ້ອງ​ເຖິງ​ເລື່ອງ ອາ​ເມ​ລິ​ກາ ສົ່ງ​ກຳ​ປັ່ນ​ຂັບ​ໄລ່ USS Lassen ເຂົ້າ​ທະ​ເລ​ຕາ​ເວັນ​ອອກ, ວັນ​ທີ 27/10 ປະ​ທາ​ນາ​ທິ​ບໍ​ດີ ຟີ​ລີບ​ປີນ Benigno Aquino ຖື​ວ່າ: ນີ້​ແມ່ນ​ວຽກ​ງານ​ທີ່​ສຳ​ຄັນ ເພື່ອ​ຮັກ​ສາ​ “ຄວາມ​ດຸນ​ດຽງສິດ​ອຳ​ນາດ​” ຢູ່​ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ. ອົດ​ສະ​ຕາ​ລີ ກໍ​ຊົມ​ເຊີຍ​ການ​ກະ​ທຳ​ດັ່ງ​ກ່າວ​ຂອງ ກອງ​ທັບ​ເຮືອ ອາ​ເມ​ລິ​ກາ. ລັດ​ຖະ​ມົນ​ຕີ​ວ່າ​ການກ​ະ​ຊວງ​ປ້ອງ​ກັນ​ປະ​ເທດ ອົດ​ສະ​ຕາ​ລີ Marise Payne ຊີ້​ແຈ້ງວ່າ ​ທຸກ​ປະ​ເທດລ້ວນ​ແຕ່​ມີສິດ​ເສ​ລີ​ໃນ​ການ​ເດີນ​ທະ​ເລ ແລະ ການ​ບິນ, ໃນ​ນັ້ນ ມີ​ເຂດ​ທະ​ເລ​ຕາ​ເວັນ​ອອກ ຕາມ​ກົດ​ໝາຍ​ສາ​ກົນ. ໃນ​ວັນ​ດຽວ​ກັນ, ຫົວ​ຫນ້າ​ຫ້ອງວ່າ​ການ​ກະ​ຊວງ​ພາຍ​ໃນ​ ຍີ່​ປຸ່ນ Yoshihide  Suga ໃຫ້​ຮູ້​ວ່າ: ອາ​ເມ​ລິ​ກາ ແລະ ຍີ່​ປຸ່ນ ໄດ້​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ເຫດ​ການ​ດັ່ງ​ກ່າວ​ຂອງ ອາ​ເມ​ລິ​ກາ. ຕາມ​ທ່ານ​ແລ້ວ, ບັນ​ດາ​ໂຄງ​ການກໍ່​ສ້າງ​ຂອງ​ຈີນ​ຢູ່ ເຂດ​ໝູ່​ເກ​າ​ະ​ເຈື່ອງ​ຊາ ກໍ​ຄື​ບັນ​ດ​າ​ການ​ກະ​ທຳ​ລຳ​ພັງ​ຝ່າຍ​ດຽວ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ ແລະ ປ່ຽນ​ແປງ​ສະ​ພາບ​ເດີມ​ຢູ່​ທະ​ເລ​ຕາ​ເວັນ​ອອກ ແມ່ນ​ຄວາມ​ວິ​ຕົກ​ກັງ​ວົນ​ລວມ​ຂອງ​ປະ​ຊາ​ຄົມ​ໂລກ.
ຂ່າວ/ບົດ​ອື່ນ