ບັນດາປະເທດສະມາຊິກ EU ສ້າງແຜນການເປີດກ້ວາງຄຳສັ່ງລົງໂທດ ອີຣານ

(VOVWORLD) - ການລົງໂທດເຊິ່ງລວມມີຂໍ້ສະເໜີ 31 ຂໍ້ໄດ້ນຳມາປຶກສາຫາລືຢູ່ ບຣຸກແຊນ ໃນວັນທີ 6 ພະຈິກ, ເພື່ອແນໃສ່ບັນດາບຸກຄົນ ແລະ ກົມກອງປ້ອງກັນຄວາມໝັ້ນຄົງຂອງ ອີຣານ

ເຢຍລະມັນພ້ອມກັບ8 ປະເທດສະມາຊິກອື່ນຂອງສະຫະພາບເອີລົບ (ອີຢູ) ພວມສ້າງແຜນການເປີດກ້ວາງບັນດາຄຳສັ່ງລົງໂທດ ອີຣານ.

        ໜັງສືພິມ Der Spiegel ຂອງເຢຍລະມັນ ໃຫ້ຮູ້ວ່າ: ການລົງໂທດເຊິ່ງລວມມີຂໍ້ສະເໜີ 31 ຂໍ້ໄດ້ນຳມາປຶກສາຫາລືຢູ່ ບຣຸກແຊນ ໃນວັນທີ 6 ພະຈິກ, ເພື່ອແນໃສ່ບັນດາບຸກຄົນ ແລະ ກົມກອງປ້ອງກັນຄວາມໝັ້ນຄົງຂອງ ອີຣານ. ຄາດວ່າ, ບັນດາຄຳສັ່ງລົງໂທດອາຍັບຊັບສິນ ແລະ ຫ້າມການໄປມາ, ບັນດາລັດຖະມົນຕີການຕ່າງປະເທດ ອີຢູ ອາດຈະໄດ້ຮັບການຮັບຮອງເອົາທີ່ກອງປະຊຸມຈະມາເຖິງຂອງກຸ່ມໃນວັນທີ 14 ພະຈິກ.

        ກ່ອນໜ້ານັ້ນ, ວັນທີ 17 ຕຸລາ, ອີຢູ ໄດ້ຈັດວາງຄຳສັ່ງລົງໂທດ 11 ສ່ວນບຸກຄົນ ແລະ 4 ກົມກອງຂອງ ອີຣານ. ໃນຈຳນວນບັນດາບຸກຄົນຖືກລົງໂທດນີ້, ມີທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ອີຣານ Issa Zarepour; ທ່ານ Mohammad Rostami ແລະ ທ່ານ Hajahmad Mirzaei - ເຊິ່ງເປັນເຈົ້າໜ້າທີ່ຂອງກຳລັງຕຳຫຼວດ “ຄຸນສົມບັດ ອິດສະລາມ” ແລະ ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນບາງທ່ານ…

ຕອບກັບ

ຂ່າວ/ບົດ​ອື່ນ