ບັນ​ດາ​ປະ​ເທດ​ຮັ່ງ​ມີ​ບໍ່​​ສາ​ມາດຕອບ​ສະ​ໜອງ​ເປົ້າ​ໝາຍ​ປະ​ກອບ​ສ່ວນດ້ານ​ການ​ເງິນ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

(VOVWORLD) - ບັນດາປະເທດຮັ່ງມີບໍ່ສາມາດຕອບສະໜອງຄຳໝັ້ນສັນຍາປະກອບເງິນຈຳນວນ 100 ຕື້ USD ເພື່ອຊ່ວຍບັນດາປະເທດທຸກຍາກກ່ວາ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ນີ້ແມ່ນ ຖະແຫຼງການຂອງອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ໃນວັນທີ 29 ກໍລະກົດ.

ປີ 2009, ບັນດາປະເທດ ພັດທະນາໃຫ້ຄຳໝັ້ນສັນຍາຈົນຮອດປີ 2020 ຈະໂອນເງິນ 100ຕື້ USD/ປີ ໃຫ້ບັນດາປະເທດທີ່ໄດ້ຮັບຄວາມເສຍຫາຍຈາກ ຜົນກະທົບຂອງໄພທຳມະຊາດ ແລະ ຜົນກະທົບທີ່ກ່ຽວຂ້ອງເຖິງດິນຟ້າອາກາດ ທີ່ນັບມື້ນັບຮ້າຍແຮງ. ຕາມ OECD ແລ້ວ, ໃນຕົວຈິງ, ປີ 2020 ບັນດາປະເທດພັດທະນາໄດ້ສະໜອງເງິນຈຳນວນ 83,3 ຕື້ USD ແລ້ວ, ຍັງຂາດ 16,7 ຕື້ USD ເມື່ອທຽບໃສ່ກັບຕົວເລກຕາດໝາຍ. ບັນດາປະເທດຮັ່ງຢັ້ງຢືນວາ ບໍ່ສາມາດຕອບສະໜອງຕາມຄາດໝາຍທີ່ໄດ້ວາງອອກກ່ອນປີ 2023.

        ບັນດາຕົວເລກດັ່ງກ່າວໄດ້ຍົກອອກມາກ່ອນການຈັດຕັ້ງກອງປະຊຸມສຸດຍອດປະຈຳປີ ກ່ຽວກັບດິນຟ້າອາກາດ ຂອງ ສປຊ (COP27) ໃນເດືອນພະຈິກຈະມາເຖິງ. ບັນຫາການເງິນ ໄດ້ກາຍເປັນບັນຫາຫຍຸ້ງຍາກໃນການເຈລະຈາ ແລະ ບັນດາພື້ນຖານເສດຖະກິດພວມພັດທະນາໃຫ້ຮູ້ວ່າ ບໍ່ສາມາດຄຸ້ມຄອງມົນລະພິດໄດ້ຖ້າບໍ່ມີການໜູນຊ່ວຍຈາກບັນດາປະເທດຮັ່ງມີ ເຊິ່ງເປັນປະເທດຮັບຜິດຊອບສ່ວນຫຼາຍໃຫ້ແກ່ການປ່ອຍອາຍ CO2 ທີ່ເຮັດໃຫ້ໂລກອຸ່ນຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ