ບັນດາປະເທດເພີ່ມທະວີການປ້ອງກັນຄວາມສະຫງົບ, ຍົກລະດັບເຕືອນໄພແຫ່ງຊາດ

ບັນດາປະເທດເພີ່ມທະວີການປ້ອງກັນຄວາມສະຫງົບ, ຍົກລະດັບເຕືອນໄພແຫ່ງຊາດ - ảnh 1
ບັນ​ດາ​ປະ​ເທດ​ເພີ່ມ​ທະ​ວີ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ
ພາບ:internet

(vovworld)-  ​​ພາຍ​ຫລັງເຫດ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ​ທີ່ນອງ​ເລືອດເກີດ​ຂຶ້ນ ຢູ່ ປາ​ຣີ ໃນ​ຕອນ​ຄ່ຳ​ວັນ​ທີ 13/11, ​ບັນ​ດາ​ກຳ​ລັງ​ຕ້ານ​ການກໍ່​ການ​ຮ້າຍ ຂອງ​ອິນ​ໂດ​ເນ​ເຊຍ ຖ​ືກ​ຈັດ​ວາງ​ໃນ​ສະ​ພາ​ວະ​ເຕືອນ​ໄພ​ສູງ​ສຸດ ພິ​ເສດ ພາຍ​ຫລັງ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ປະ​ເທດນີ້ ຄົ້ນ​ພົບຫົວ​ຮຸນ​ແຮງ​​ຈຳ​ນວນ​ຫນຶ່ງ ຈາກ​ຕາ​ເວັນ​ອອກ​ກາງ ເຮັດ​ລະ​ບຽບ​ການ​ເຂົ້າ​ເມືອງ​ຄືນ​ໃຫມ່ ແລະ ມີ​ຫນ້າ​ຢູ່​ບາງ​ບໍ​ລ​ິ​ເວນມໍ່​ກັບ​ນະ​ຄອນ​ຫລວງ ຈາ​ກາກ​ຕາ. ທ່ານ Arief Dharmawan, ຮອງ​ຜູ້​ອຳ​ນວຍ​ການ​ອົງ​ການ​ຕ້ານ​ການ​ກໍ່ການ​ຮ້າຍ​ແຫ່ງ​ຊາດ ອິນ​ໂດ​ເນ​ເຊຍ, ຫົວ​ຫນ້າ​ອົງ​ການກວດ​ກາ ໄດ້​ຮັບ​ຮູ້​ວ່າ:  ສະ​ຖານ​ທີ່ ສອງ​ແຫ່ງ​ຄື:  ເມືອງ Cileduc  ແລະ ທາງ​ທິດ​ໃຕ້​ນະ​ຄອນ Tangerang ຈະ​ແມ່ນ​ບ່​ອນ​ທີ່​ພວກ​ກໍ່​ການ​ຮ້າຍ​ເລືອກ​ເຟັ້ນ​ເປັນ​ຖານ​ທີ່​ໝັ້ນ​ໃຫມ່. ນອກນັ້ນ ອິນ​ໂດ​ເນ​ເຊຍ ກໍ​ເພີ່ມ​ທະ​ວີ​ການ​ຕິດ​ຕາມກວດ​ກາ​ບັນ​ດາ​ພົນ​ລະ​ເມືອງ ຫາ​ກໍ​ຖືກ​ເນ​ລະ​ເທດຫວ່າງ​ແລ້ວນີ້ ພາຍ​ຫລັງ​ເຂົາ​ເຈົ້າ​ເດີນ​ທາງ​ເຖິງ ຕວກ​ກີ ແລະ ຊອກ​ຫາ​ວິ​ທີ​ເພື່ອ​ພົວ​ພັນ​ຕິດ​ຕໍ່​ກັບ​ອົງ​ການ ລັດ​ອິ​ດ​ສະ​ລາມ ອ້າງ​ຊື່​ເອງ IS ຢູ່ ອີ​ຣັກ ແລະ ຊີ​ຣີ.

ແລະ​ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ລັດ​ຖະ​ມົນ​ຕີ​ການ​ເງິນ ເຢຍ​ລະ​ມັນ, Wolfgang Schauble ຖື​ວ່າ ເຢຍ​ລະ​ມັນ​ ອາດ​ຈະ​ຜັນ​ຂະ​ຫຍາຍ​ພົນ​ທະ​ຫານ​ພາຍ​ໃນ​ປະ​ເທດ ໃນ​ກໍ​ລະ​ນີ​ຖືກ​ບຸກ​ໂຈມ​ຕີ​ຄື​ດັ່ງ​ເຫດ​ການຫາ​ກໍ​ເກີດ​ຂຶ້ນ​ຢູ່ ປາ​ຣີ.

ຂ່າວ/ບົດ​ອື່ນ