ບັນດາຜູ້ຊ່ຽວຊານມາເລເຊຍໄປເຖິງຝລັ່ງເພື່ອກວດຢັ້ງຢືນສະເກັດເຮືອບິນBoeing

ບັນດາຜູ້ຊ່ຽວຊານມາເລເຊຍໄປເຖິງຝລັ່ງເພື່ອກວດຢັ້ງຢືນສະເກັດເຮືອບິນBoeing - ảnh 1
ຊິ້ນ​ສ່ວນ​ປີກ​ຂອງ​ເຮຶອ​ບິນBoeing
ພາບ:AP

(vovworld)- ວັນ​ທີ 3/8, ບັນ​ດາ​ຜູ້​ຊ່ຽວ​ຊານ​ຈາກ​ມາ​ເລ​ເຊຍ ໄປ​ເຖິງ​ຝ​ລັ່ງ ເພື່ອ​ເຂົ້າ​ຮ່ວມ​ການກວດຢັ້ງ​ຢືນ​ສະ​ເກັດ​ເຮືອ​ບິນ Boeing ຊື່ງ​ໄດ້​ພົບ​ເຫັນ​ໃນ​ອາ​ທິດ​ຜ່ານ​ມາ​ຢູ່​ເກາະ Reunion ຂອງ​ຝ​ລັ່ງ. ຢູ່ ນະ​ຄອນ​ຫລວງ ປາ​ຣີ, ຄະ​ນະ​ຜູ້​ຊ່ຽວ​ຊານ ມາ​ເລ​ເຊຍ ລວມ​ມີ​ສະ​ມາ​ຊິກ 5 ຄົນ ໂດຍ​ການ​ນຳ​ກົມ​ການ​ບິນ​ພົນ​ລະ​ເຮືອນ ນຳ​ຫນ້າ ໄດ້​ມີ​ການ​ພົບ​ປະ​ລັບ​ກັບ​ຜູ້​ຕາງ​ຫນ້າ​ອຳ​ນາດ​ການ​ປົກ​ຄອງ ຝ​ລັ່ງ ລວມ​ມີ​ບັນ​ດາ​ຜູ້​ພິ​ພາກ​ສາ​ນຳ​ຫນ້າ​ການ​ສືບ​ສວນ​ສອບ​ສວນ​ຄະ​ດີ​ອາ​ຍາ​ກ່ຽວ​ກັບ​ກໍ​ລະ​ນີ​ເຮືອ​ບິນ MH 370 ຖືກ​ຫາ​ຍ​ສາບ​ສູນ ແລະ ຜູ້​ຕາງ​ຫນ້າ​ອົງ​ການຕຳ​ຫລວດພ້ອມ​ກັບ​ຜູ້​ຊ່ຽວ​ຊານ​ຄະ​ນະ​ກຳ​ມະ​ການ​ສືບ​ສວນ​ສອບ​ສວນ ແລະ ໄຈ້​ແຍກ​ອຸ​ປະ​ຕິ​ເຫດ​ທາງ​ອາ​ກາດ. ພາ​ຍ​ຫລັງ​ການ​ພົບ​ປະ, ບັນ​ດາ​ຜູ​້​ຊ່ຽວ​ຊານ ມາ​ເລ​ເຊຍ ຈະ​ເດີນ​ທາງ​ເຖິງ Toulouse ຊື່ງ​ແມ່ນ​ສະ​ຖານ​ທີ່​ພົບ​ເຫັນ​ສະ​ເກັດ​ເຮືອ​ບິນ​ຖືກ​ສົ່ງ​ເຖິງ. ຄາດ​ວ່າ ວຽກ​ງານ​ຄົ້ນ​ຄ້​ວາ​ສະ​ເກັດ​ເຮືອ​ບິນ ຈະ​ເລີ່ມ​ປະ​ຕິ​ບັດ​ແຕ່​ວັນ​ທີ 4/8 ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂ​ອງ​ຜູ້​ຊ່ຽວ​ຊານ ມາ​ເລ​ເຊຍ ແລະ ບັນ​ດາ​ຜູ້​ຊ່ຽວ​ຊານ​ກົມ​ໃຫຍ່​ອາ​ວຸດ​ຂຶ້ນ​ກັບ​ກະ​ຊວງ​ປ​ອ້ງ​ກັນ​ປະ​ເທດ ຝ​ລັ່ງ. ບັນ​ດາ​ແຫລ່ງ​ຂ່າວ​ຝ​ລັ່ງ​ໃຫ້​ຮູ້​ວ່າ: ອຳ​ນາດ​ການ​ປົກ​ຄອງ ມາ​ເລ​ເຊຍ ມີ​ບັນ​ດາ​ຂໍ້​ມູນ​ຂ່າວ​ລັບ​ກ່ຽວ​ກັບ​ກໍ​ລະ​ນີ​ເຮືອ​ບິນດັ່ງ​ກ່າວ​ຖືກ​ຫາຍ​ສາຍ​ສູນ ແຕ່​ມາ​ຮອດ​ປະ​ຈຸ​ບັນ​ບໍ່​ທັນ​ເປີດ​ເຜີຍ​ເທື່ອ.

 

ຂ່າວ/ບົດ​ອື່ນ