ບັນດາຜູ້ສະໝັກຮັບເລືອກຕັ້ງເປັນເລຂາທິການໃຫຍ່ສປຊໂຕ້ວາທີກ່ຽວກັບຄວາມສະເໝີພາບລະຫວາ່ງຍິງ-ຊາຍ

ບັນດາຜູ້ສະໝັກຮັບເລືອກຕັ້ງເປັນເລຂາທິການໃຫຍ່ສປຊໂຕ້ວາທີກ່ຽວກັບຄວາມສະເໝີພາບລະຫວາ່ງຍິງ-ຊາຍ - ảnh 1
ທ່ານ​ນາງ Irina bokova ແລະ ຜູ້​ສະ​ໝັກ​ເລື​ອກ​ຕັ້ງ Vesna Pusic
(ພາບ: AP)


(vovworld) - ວັນ​ທີ 13/04, ສະ​ມັດ​ຊາ​ໃຫຍ່ສະ​ຫະ​ປະ​ຊາ​ຊາດ​ຊຸ​ດ​ທີ 70 ໄດ້​​ສິ້ນ​ສຸດວາ​ລະ​​ຊັກ​ຖາມບໍ່​ເປັນ​ທາງ​ການ​ມື້​ທີ 2 ຂອງບັນ​ດາ​ຜູ້​​ສະ​ໝັກ​​ຮັບເລືອກ​ຕັ້ງ​​​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ດ້ວຍ​ເລື່ອງ​ເນັ້ນ​ໜັກບັນ​ຫາ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ​ໃນ​ອົງ​ການນີ້. ໃນ​ການ​​ຊັກ​ຖາມ​ນີ້, ບັນ​ດາ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຕອບ​ຄຳ​ຖາມ​ທີ່​ກ່​ຽວ​​ຂ້ອງ​ເຖິງ​ເລື່ອງ​ຊ​ຸກ​ຍູ້​​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ ຢ​ູ່​ຂັ້ນ​ການ​ນຳ​ສູງ​ສຸດ​ຂອງ​ສະ​ຫະ​ປະ​ຊາ​ຊາດ, ໃນ​ນັ້ນ ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ Danilo Turk, ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ Slovenia, ໄດ້​ຍົກ​ອອກ​ແນວ​ຄວາມ​ຄິດ​ຕ້ອງ​ຮັບ​ປະ​ກັນ​ອັດ​ຕາ​ເພດ​ຊາຍ ແລະ ​ເພດຍິງ ​ໃນ​ຂັ້ນ​ການ​ນຳ​ນີ້​ໃຫ້​ສະ​ເໝີ​ກັນ. ໃນ​​ຂະ​ນະນັ້ນ, ຜູ້​ສະ​ໝັກ​ເລື​ອກ​ຕັ້ງ Vesna Pusic, ອະ​ດີດ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Croatia, ພັດ​ເນັ້ນ​ໜັກ​ເຖິງ​ບັນ​ຫາ​ຄັດ​ເລືອກ​​ບັນ​ດາທີ່​ູ້​ມີ​ຄຸນ​ສົມ​ບັດ​​ດີ​​ທີ່​ສຸດໃຫ້​​ການ​ນຳ​ທຸກ​ຂັ້ນ​ຂອງ​ສະ​ຫະ​ປະຊາ​ຊາດ… ຕາ​ມ​ທ່ານ​ນາງ Irina bokova, ຜູ​້ອ​ຳ​ນວຍກ​ານ​ໃຫຍ່​ອົງ​ການ​ສຶກ​ສາ​ວິ​ທະ​ຍາ​ເສດ ແລະ ວັດ​ທະ​ນະ​ທຳສ​ປ​ຊ (UNESCO), ເປັນ​ໜຶ່ງ​ໃນ​ຈຳ​ນວນ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕ​ັ້ງ​ເປັນເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ແລ້ວ, ຖ້າ​ຫາກບໍ່​ມີ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ ຈະ​ບໍ່​ມີ​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ຂ່າວ/ບົດ​ອື່ນ