ບັນດາພັກການເມືອງ, ເພື່ອນມິດສາກົນສືບຕໍ່ສົ່ງໂທລະເລກຊົມເຊີຍກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

(VOVWORLD) - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ສືບຕໍ່ໄດ້ຮັບການແບ່ງປັນນ້ຳໃຈອັນອົບອຸ່ນ ແລະ ການລະດົມກຳລັງໃຈຈາກບັນດາພັກການເມືອງ, ຄູ່ຮ່ວມມື, ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ເພື່ອນມິດສາກົນເປັນຈຳນວນຫຼາຍ.
ບັນດາພັກການເມືອງ, ເພື່ອນມິດສາກົນສືບຕໍ່ສົ່ງໂທລະເລກຊົມເຊີຍກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ - ảnh 1ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີບົດລາຍງານທີ່ກອງປະຊຸມໃຫຍ່
(ພາບປະກອບ:TTXVN)

        ໃນໂທລະເລກຊົມເຊີຍ, ພັກປະຊາທິປະໄຕເສລີ ຍີ່ປຸ່ນ (LDP) ຢືນຢັນວ່າ: ເລື່ອງ ພັກປະຊາທິປະໄຕເສລີ ຍີ່ປຸ່ນ ແລະ ພັກກອມມູນິດ ຫວຽດນາມ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແມ່ນມີຄວາມໝາຍສຳຄັນໃນການເພີ່ມທະວີການຮ່ວມມືໃນບັນດາຂົງເຂດທີ່ສອດຄ່ອງກັບຜົນປະໂຫຍດຂອງ 2 ຝ່າຍ, ຄື: ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ ແລະ ການພົບປະແລກປ່ຽນປະຊາຊົນ.

        ໃນສານຊົມເຊີຍຂອງພັກກອມມູນິດ ເຢຍລະມັນ ມີຕອນຂຽນວ່າ: ພັກກອມມູນິດ ເຢຍລະມັນ ມີຄວາມປະທັບໃຈຕໍ່ເລື່ອງ ພັກກອມມູນິດ ຫວຽດນາມ ຜ່ານຜ່າບັນດາສິ່ງທ້າທາຍ, ສະແດງໃຫ້ເຫັນບົດບາດນຳພາ, ປັບປຸງ ແລະ ພັດທະນາພັກ ເພື່ອສືບຕໍ່ສ້າງລັດທິສັງຄົມນິຍົມ; ເຊື່ອໝັ້ນວ່າ ຫວຽດນາມ ຈະບັນລຸໄດ້ເປົ້າໝາຍທີ່ໄດ້ວາງອອກໂດຍໄວ.

        ສານຊົມເຊີຍຂອງພັກກອມມູນິດ ບຣາຊິນ (PCdoB) ເນັ້ນໜັກວ່າ: ຄຳຂວັນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ສະແດງໃຫ້ເຫັນແນວທາງການເມືອງທີ່ຖືກຕ້ອງ, ສົມທົບລະຫວ່າງການຢຶດໝັ້ນບັນດາຫຼັກການສັງຄົມນິຍົມ ກັບຄວາມສາມາດປ່ຽນແປງໃໝ່ ແລະ ການຮັບມືກັບບັນດາສິ່ງທ້າທາຍຂອງຍຸກສະໄໝ.

        ໃນສານຊົມເຊີຍບັນດາພັກການເມືອງ, ຄື: ພັກກອມມູນິດ ເຊັກໂກ - Moravia, ພັກກອມມູນິດ ຈີເລ, ພັກກອມມູນິດ ອາກຊັງຕິນ, ພັກກອມມູນິດ ການາດາ Marxist, ພັກກອມມູນິດ ບັງກະລາເທດ, ພັກກອມມູນິດ ນອກແວ, ພັກກອມມູນິດ ອິນເດຍ… ລ້ວນແຕ່ຕີລາຄາສູງບັນດາຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ