ບັນ​ດາ​ວິ​ສາ​ຫະ​ກິດ ເຢຍ​ລະ​ມັນ ສົ່ງ​ເສີ​ມ​ລົງ​ທຶນ​ຢູ່​ແຂວງ ບິ່ງດີ້ງ

(VOVWORLD) - ແຂວງບິງດີ້ງ ມີ 4 ໂຄງການຂອງ ວິສາຫະກິດ ເຢຍລະມັນ ໄດ້ຜັນຂະຫຍາຍ ດ້ວຍຍອດຈຳນວນທຶນຈົດທະບຽນກ່ວາ 55 ລ້ານໂດລາສະຫະລັດ ສ່ວນຫຼາຍແມ່ນຂຶ້ນກັບຂົງເຂດຜະລິດອຸດສາຫະກຳ.
ບັນ​ດາ​ວິ​ສາ​ຫະ​ກິດ ເຢຍ​ລະ​ມັນ ສົ່ງ​ເສີ​ມ​ລົງ​ທຶນ​ຢູ່​ແຂວງ ບິ່ງດີ້ງ - ảnh 1(ພາບ: VOV)

    ຕອນເຊົ້າວັນທີ 21 ພະຈິກ, ຄະນະກຳມະການ ປຊຊ ແຂວງ ບິ່ງດີ້ງ ສົມທົບກັບຫ້ອງການອຸດສາຫະກຳການຄ້າ ເຢຍລະມັນ ປະຈຳ ຫວຽດນາມ ໄດ້ຈັດກອງປະຊຸມ ສົ່ງເສີມລົງທຶນ ບັນດາວິສາຫະກິດ ເຢຍລະມັນ ຢູ່ແຂວງ ບິ່ງດີ້ງ ແບບທາງໄກ ແລະ ເຊິ່ງໜ້າ. ເຂົ້າຮ່ວມກອງປະຊຸມແບບທາງໄກມີ 90 ວິສາຫະກິດ, ສະມາຄົມ, ສະຫະສະມາຄົມ ເຢຍລະມັນ ແລະ ສະຫະສະມາຄົມວິສາຫະກິດເອີລົບ ຢູ່ບັນດາສະຖານທີ່ເຊື່ອມຕໍ່ ຈີນ, ໄທ, ສິງກະໂປ ແລະ ຫວຽດນາມ

ປະຈຸບັນ, ແຂວງບິງດີ້ງ ມີ 4 ໂຄງການຂອງ ວິສາຫະກິດ ເຢຍລະມັນ ໄດ້ຜັນຂະຫຍາຍ ດ້ວຍຍອດຈຳນວນທຶນຈົດທະບຽນກ່ວາ 55 ລ້ານໂດລາສະຫະລັດ ສ່ວນຫຼາຍແມ່ນຂຶ້ນກັບຂົງເຂດຜະລິດອຸດສາຫະກຳ. ບັນດາໂຄງການນີ້ ໄດ້ຮັບຄວາມຄາດຫວັງ ຈະສ້າງກຳລັງຜັກດັນ ເພື່ອໃຫ້ຂະແໜງອຸດສາຫະກຳ ຊື່ງແມ່ນ 1 ໃນ 5 ເສົາຄ້ຳການເຕີບໂຕຂອງ ບິງດິ້ງ ພັດທະນາກ່ວາອີກ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ