ບັນດາວິສາຫະກິດຄວນຍົກສູງທີ່ຕັ້ງນຳໜ້າຢູ່ຕະຫລາດພາຍໃນປະເທດແລະຕ່າງປະເທດ

ບັນດາວິສາຫະກິດຄວນຍົກສູງທີ່ຕັ້ງນຳໜ້າຢູ່ຕະຫລາດພາຍໃນປະເທດແລະຕ່າງປະເທດ - ảnh 1
ບັນດາວິສາຫະກິດຄວນຍົກສູງທີ່ຕັ້ງນຳໜ້າຢູ່
ຕະຫລາດພາຍໃນປະເທດແລະຕ່າງປະເທດ
(ພາບ: VGP)


(vovworld) – ​ “ບັນດາ​ວິ​ສາ​ຫະກິດ​ຄວນ​ຍົກ​ສູງ​ທີ່​ຕັ້ງ​ນຳໜ້າຢູ່​ບົນ​ຕະຫລາດ​ພາຍ​ໃນ​ປະ​ເທດ​ ແລະ ​ຕ່າງປະ​ເທດ” ທ່ານ​ຮອງ​ນາຍົກລັດຖະມົນຕີຜູ້ປະຈຳ​ລັດຖະບານ​ ​ເຈືອງ​ຮ່ວາ​ບີ​ງ ​ເນັ້ນ​ໜັກ​ຄື​ດັ່ງກ່າວ​ໃນ​ພິທີ​ປະກາດ​ບັນດາ​ວິ​ສາ​ຫະກິດ​ບັນລຸ​ໄດ້​ເຄື່ອງໝາຍ​ການ​ຄ້າ​ແຫ່ງ​ຊາດ​ຄັ້ງ​ທີ 5 ​ເຊິ່ງຈັດ​ຕັ້ງ​ໃນ​ຕອນ​ຄ່ຳ​ວັນ​ທີ 30/11 ຢູ່ ຮ່າ​ໂນ້ຍ. ທ່ານ​ຮອງ​ນາຍົກລັດຖະມົນຕີຜູ້ປະຈຳ​ລັດຖະບານ​ ​ເຈືອງ​ຮ່ວາ​ບີ​ງ ຢືນຢັນ​ບັນດາ​ຜົນງານ ​ເຊິ່ງບັນດາ​ວິ​ສາ​ຫະກິດ​ມີເຄື່ອງໝາຍ​ການ​ຄ້າ​ບັນລຸ​ໄດ້ ​ແມ່ນ​ພື້ນຖານ​ສຳຄັນ​ໃຫ້ການ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ​ຊາດ​ໃນ​ຊຸມ​ປີ​ຕໍ່ໜ້າ. ​ໂດຍມີ​ຄວາມ​ຫວັງ​ຕໍ່ຄຸນ​ນະ​ທາດ ​ແລະ ກຳລັງ​ຄວາມ​ສາມາດ​ຂອງ​ບັນດາ​ວິ​ສາ​ຫະກິດ​​ມີເຄື່​ອງໝາຍ​ການ​ຄ້າ​ແຫ່ງ​ຊາດ. ທ່ານ​ຮອງນາຍົກລັດຖະມົນຕີ ປາດ​ຖະໜາ​ວ່າ: ບັນດາ​ວິ​ສາ​ຫະກິດ​ສືບ​ຕໍ່​ມຸ່ງ​ໄປ​ສູ່ຄຸນຄ່າ​ຂອງ​ໂຄງການ​ນັ້ນແມ່ນ: “ຄຸນ​ນະພາ​ບ - ປ່ຽນ​ໃໝ່ - ມີ​ຫົວຄິດ​ປະດິດ​ສ້າງ - ມີ​ກຳລັງ​ຄວາມ​ສາມາດ​ນຳໜ້າ”, ສົ​ມ​ເປັນ​ເຄື່ອງໝາຍ​ການ​ຄ້າ ​ເຊິ່ງລັດ ​ແລະ ລັດຖະບານ​ມອບ​ໝາຍ​ໃຫ້. ພ້ອມ​ທັງ ສົມ​ກັບ​ຄວາມ​ໄວ​້​ເນື້ອ​ເຊື່ອ​​ໃຈ​ຂອງ​ຜູ້​ອຸປະ​ໂພ​ກບໍລິ​ໂພ​ກສຳລັບ​ບັນດາ​ຜະລິດ​ຕະພັນ, ການ​ບໍລິການ​ມີ​ເຄື່ອງໝາຍ​ການ​ຄ້າ ຫວຽດນາມ. ທ່ານ​ຮ​ອງນາຍົກລັດຖະມົນຕີ ​ເຈືອງ​ຮ່ວາ​ບີງ ​ເນັ້ນ​ໜັກ​ວ່າ:

        “ຂ້າພະ​ເຈົ້າ​ໃສ່​ໃຈ​ບັນດາ​ວິ​ສາ​ຫະກິດ​ຮັບປະກັນອິດ​ທິພົນ​ຊື່​ສຽງ​ຄຸນ​ນະພາ​ບຜະລິດ​ຕະພັນ ​ແລະ ການ​ເຄື່ອນ​ໄຫວ​ດ້ານ​ການ​ເງິນ​ໂປ່​ງ​ໃສ, ປອ​ດ​ໄສ. ຜະລິດ ​ແລະ ສະໜອງດ້ວຍ​ເຕັກ​ໂນ​ໂລ​ຢີກ້າວ​ໜ້າ, ​ແຕ່​ບໍ່​ສົ່ງ​ກໍ່​ມົນ​ລະ​ພິດ​ເຖິງສິ່ງ​ແວດ​ລ້ອມ, ນຳ​ໃຊ້ວັດຖຸ​ອຸປະກອນພາຍ​ໃນ​ປະ​ເທດ, ປ່ຽນ​ແທນ​​ໃຫ້ຜະລິດ​ຕະພັນ​ນຳ​ເຂົ້າ. ບັນດາ​ວິ​ສາ​ຫະກິດ​ປ່ຽນ​ໃໝ່, ມີ​ຫົວຄິດ​ປະດິດ​ສ້າງ, ປັບປຸງ​ເຕັກ​ນິດ​ຢ່າງ​ບໍ່​ຢຸກຢັ້ງ ​ເພື່ອ​ຍົກ​ສູງ​ສະມັດຕະພາບ ​ແລະ ​ມີ​ປະສິດທິ​ຜົນດຳ​ເນີນ​ທຸລະ​ກິດ​, ຜະລິດ​ຕະພັນ ​ແລະ ການ​ບໍ​ລິ​ການຄວນກວມ​ອັດຕາ​ສ່ວນ​ຫລາຍໃນ​ຕະຫລາດ​ພາຍ​ໃນ​ປະ​ເທດ ​ແລະ ສົ່ງ​ອອກ. ຍົກສູງ​ທີ່​ຕັ້ງ​ນຳໜ້າ​ຂອງ​ວິ​ສາ​ຫະກິດ ​ແລະ ຂະ​ແໜງ​ການ​ຂອງ​ຕົນໃນ​ຕະຫລາດ​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ ​ເພື່ອ​ສົມ​ເປັນ​ບົດ​ບາດ​ເປັນ​ຕົວ​ແທນ, ​ເປັນ​ແບບຢ່າງ​ໃຫ້​ເຄື່ອງໝາຍ​ການ​ຄ້າ​ແຫ່ງ​ຊາດ ຫວຽດນາມ”.

 

 

ຂ່າວ/ບົດ​ອື່ນ