ບັນດາວິສາຫະກິດຫວຽດນາມຄວນມີຍຸດທະສາດພັດທະນາໂດຍພື້ນຖານ

ບັນດາວິສາຫະກິດຫວຽດນາມຄວນມີຍຸດທະສາດພັດທະນາໂດຍພື້ນຖານ - ảnh 1
ທ່ານ​ລັດຖະມົນຕີ​ກະຊວງ​​ແຜນການ ​ແລະ ການ​ລົງທຶນ ຫວຽດນາມ ບຸ່ຍ​ກວາງ​ວີ​ງ
(ພາບປະກອບ)


(vovworld) – ໜຶ່ງ​ໃນບັນດາ​ການ​ປະຕິ​ຮູບ​ສຳຄັນ​ທີ່​ສຸດ​ແມ່ນ​ສ້າງ​ກອບ​ກົດໝາຍ​ໃຫ້​ຂົງ​ເຂດ​ເອກະ​ຊົນ ​ແລະ ບັນດາ​ຂົງ​ເຂດ​ເສດຖະກິດ​ອື່ນ​ນອກ​ລັດ ​ເຂົ້າຮ່ວມ​​ກາ​ນລົງທຶນກໍ່ສ້າງ​ໂຄງ​ປະກອບ​ພື້ນຖານ​ໂຄງ​ລ່າງ, ​ເຂົ້າ​ຮ່ວມ​ການ​ພັດທະນາ​ເສດຖະກິດ, ສະໜອງ​ບໍລິການ​ຂອງລັດ​ໃຫ້​ແກ່​ປະ​ເທ​ດຊາດ. ນີ້​ແມ່ນ​ການ​ຢັ້ງຢືນ​ຂອງ​ທ່ານ​ລັດຖະມົນຕີ​ກະຊວງ​​ແຜນການ ​ແລະ ການ​ລົງທຶນ ຫວຽດນາມ ບຸ່ຍ​ກວາງ​ວີ​ງ ​ໃນ​ລາຍການ “ປະຊາຊົນ​ຖາມ - ລັດຖະມົນຕີ​ຕອບ” ຫວ່າງ​ແລ້ວ​ນີ້. ທ່ານ​ລັດຖະມົນຕີ​ກະຊວງ​​ແຜນການ - ການ​ລົງທຶນ ​ໄດ້​ຊີ້​ແຈ້ງວ່າ​ບັນດາ​ວິ​ສາ​ຫະກິດ​ຕ່າງ​ປະ​​ເທດ ​ເມື່ອ​ຈົດ​ທະບຽນ​ເຄື່ອນ​ໄຫວ​ຢູ່ ຫວຽດນາມ ​ຕ້ອງ​ປະຕິ​ບັດ​ຕາມ​ກົດໝາຍ ຫວຽດນາມ ​ແລະ ​ເຄື່ອນ​ໄຫວ​ຄື​ບັນດາ​ວິ​ສາ​ຫະກິດພາຍ​ໃນ​ປະ​ເທດ. ດັ່ງ​ນັ້ນ, ຫວຽດນາມ ບໍ່​ຈຳ​ແນ​ກພາກສ່ວນ​ເສດຖະກິດ​ລົງທຶນ​ຕ່າງປະ​ເທດ (FDI) ​ແລະ ພາກສ່ວນ​ເສດຖະກິດ​ພາຍ​ໃນ​ປະ​ເທດ. ບັນຫາ​ວາງ​ອອກ​ນັ້ນແມ່ນ​, ​ເຮັດ​​ແນວ​ໃດ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ຕ້ອງ​ບື່ນຕົວ​ຂຶ້ນ, ບັນລຸ​ໄດ້​ບັນດາ​ໝາ​ກຜົນ​ທຽບ​ເທົ່າ​ກັບ​ກຸ່ມ FDI. ​ເພື່ອ​ເຮັດ​​ສິ່ງ​ດັ່ງກ່າວ​ໃຫ້​ໄດ້, ທ່ານ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ບຸ່ຍ​ກວາງວີ​ງ ຖື​ວ່າ:

    “ຄວນ​ແກ້​ໄຂ​ທຸກໆ​ສິ່ງ​ທຸກ​ຢ່າງ​ທີ່​ຍັງຄົງ​ຄ້າງ​​ເປັນພື້ນຖານ​ທີ່​ສຸດ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ ຫວຽດນາມ. ຕົວຢ່າງ​ຄື: ຊື້ - ຂາຍ​ໜີ້ສິນ​ໂດຍ​ໄວ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ມີ​ຍຸດ​ທະ​ສາດ​ພັດທະນາ​​ເປັນ​ຢ່າງ​ດີ, ມີ​ເງື່ອນ​ໄຂ​ພັດທະນາ​ຢ່າງ​ວ່ອງ​ໄວລົບ​ລ້າງ​ໜີ້​ເສຍ​​ແລະ ສຳ​ພັດ​ກັບ​ແຫຼ່ງສິນ​ເຊື່ອ​ຕຳ່, ວິ​ສາຫະກິດ​ເອກະ​ຊົນ​ຕ້ອງ​ໄດ້ຮັບ​ການ​ສຳ​ພັດ​ກັບ​ແຫຼ່ງຊັບພະຍາກ​ອນ, ​ແຫຼ່ງກຳລັງ​ຂອງ​ປະ​ເທດ​ຊາດ​ຢ່າງ​ຍຸຕິ​ທຳ, ກະຈ່າງ​ແຈ້ງ. ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຕ້ອງ​ບື່ນຕົວ​ຂຶ້ນ, ຢ່າງ​ຮຽບຮ້ອຍ​ກ່ວາ.

ຂ່າວ/ບົດ​ອື່ນ