ບັນດາສັນຍານທີ່ດີ ຂອງເສດຖະກິດ ຫວຽດນາມ

ເສດຖະກິດ​ຫວຽດນາມ​ໄດ້​ຮັບ​ຮູ້ຫຼາຍສັນຍານ​ທີ່​ດີ​ໃນ​ເດືອນ 1/2012 ຊື່​ງສັນຍານ​ທີ່​ດີ​ທີ່​ສຸດ​ແມ່ນ CPI ເດືອນ 1/2012 ບໍ່​ໄດ້​ເພີ​ມຂຶ້ນ​ສູງ, ລາຄາ​ບໍ່​ມີ​ການ​ຜັນ​ແປ່ຫຼາຍ, ພຽງ​ແຕ່​ໄດ້​ເພີ່ມ​ໃນ​ຈຸດ​ເວລາ​ໃດ 1 ​ເທົ່າ​ນັ້ນ. ລາຄາ​ຂອງ​ບັນດາ​ສິນຄ້າ, ການ​ບໍລິການ​ຈຳ​ເປັນ​ຄື​ທັນ​ຍາ​ຫານ​ໄດ້​ຫລຸດ​ລົງ, ສາທາລະນະ​ສຸກ, ການ​ສຶກສາ​ໄດ້​ເພີ່ມ​ຂຶ້ນ​ໜ້ອຍ. ລາຄາ​​ແລກປ່ຽນ​ເງິນໂດ​ລາ​ສະຫະລັດ​ໄດ້​ເພີ່ມ​ຂຶ້ນ​ໜ້ອຍ​ດຽວ (​ໃນ​ລະດັບ 0,05%). ສັນຍານ​ທີ່​ດີ​ອີກ​ອັນ 1 ​ໄດ້​ຮັບ​ການ​ຮັບ​ຮູ້​ແມ່ນ​ການ​ນຳ​ເຂົ້າ​ເກີນດຸນ. ​ໃນ​ເດືອນ 1/2012 ການ​ນຳ​ເຂົ້າ​ເກີນ​ດຸນ​ແມ່ນ 100 ລ້ານ​ໂດ​ລາ​ສະຫະລັດ. ອັດຕາ​ສ່ວນ​ການ​ນຳ​ເຂົ້າ​ເກີນ​ດຸນ ​ເມື່ອ​ທຽບ​ກັບ​ການ​ສົ່ງ​ອອກ​ພຽງ​ແຕ່​ຢູ່​ໃນ​ລະດັບ​ກ່ວາ 1,5% ​ເທົ່າ​ນັ້ນ.
ຂ່າວ/ບົດ​ອື່ນ