ບັນດາສະຖານທີ່ທັດສະນີຍະພາບທີ່ສວຍງາມໃນທົ່ວປະເທດຕ້ອນຮັບນັກທ່ອງທ່ຽວເນື່ອງໃນໂອກາດບຸນເຕັດປີຈໍ2018

(VOVWORLD) -ທ່ານຫົວໜ້າສູນອະນຸລັກຮັກສາປູຊະນີຍະສະຖານກຸງເກົ່າເຫ້ວ ຟານແທງຫາຍ ໃຫ້ຮູ້ວ່າ, ໃນ 7 ວັນພັກບຸນເຕັດປີຈໍ 2018, ສູນໄດ້ຕ້ອນຮັບນັກທ່ອງທ່ຽວ 117.000 ເທື່ອຄົນ

ໃນນັ້ນນັກທ່ອງທ່ຽວຕ່າງປະເທດແມ່ນ 47.000 ເທື່ອຄົນໄດ້ມາຢ້ຽມຢາມກຸງເກົ່າເຫ້ວ, ເພີ່ມຂຶ້ນ 49,35% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017.

        ແຕ່ວັນທີ 14 ກຸມພາ (ກົງກັບວັນທີ 29 ບຸນເຕັດ) ຫາວັນທີ 20 ກຸມພາ (ກົງກັບວັນທີ 5 ບຸນເຕັດ), ແຂວງກວາງນິງ ໄດ້ຕ້ອນຮັບນັກທ່ອງທ່ຽວປະມານ 9 ແສນເທື່ອຄົນ ທີ່ມາຢ້ຽມຢາມບັນດາສະຖານທີ່ຢູ່ບໍລິເວນແຂວງ, ໃນນັ້ນນັກທ່ອງທ່ຽວຕ່າງປະເທດແມ່ນ 1 ແສນ 5 ໝື່ນເທື່ອຄົນ. ຈຳນວນນັກທ່ອງທ່ຽວມາຢ້ຽມຢາມໄດ້ເພີ່ມຂຶ້ນ 21%, ນັກທ່ອງທ່ຽວສາກົນເພີ່ມຂຶ້ນ 15% ເມື່ອທຽບໃສ່ປີ 2017 ໃນນັ້ນຕົ້ນຕໍແມ່ນມາຈາກ ສ.ເກົາຫຼີ, ຍີ່ປຸ່ນ, ຈີນ, ອັງກິດ…

ບັນດາສະຖານທີ່ທັດສະນີຍະພາບທີ່ສວຍງາມໃນທົ່ວປະເທດຕ້ອນຮັບນັກທ່ອງທ່ຽວເນື່ອງໃນໂອກາດບຸນເຕັດປີຈໍ2018 - ảnh 1(ພາບປະກອບ)

ໃນຂະນະນັ້ນ, ນັບແຕ່ວັນທີ 1 ເດືອນຈຽງໄລ່ຕາມຈັນທະປະຕິທິນ ມາຮອດປະຈຸບັນ, ຢູ່ບັນດາເຂດທ່ອງທ່ຽວເຮືອນສວນປູກອະງຸ່ນຢູ່ແຂວງ ນິງທ້ວນ ຍາມໃດກໍ່ມີຜູ້ມາຢ້ຽມຊົນເປັນຈຳນວນຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ