ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ EU - ອາ​ຊຽນ ຍາມ​ໃດ​ກໍ່​ກຽມ​ພ້ອມ​ເພື່ອ​ມາ​ລົງ​ທຶນ​ຢູ່ ຫວຽດ​ນາມ

(VOVWORLD) - ທ່ານ Jens Rubbert ໄດ້ຕີລາຄາສູງບັນດາການກຳນົດທິດພັດທະນາເສດຖະກິດແບບຍືນຍົງຂອງ ຫວຽດນາມ ກໍ່ຄືໝາກຜົນພັດທະນາເສດຖະກິດໃນໄລຍະຈະມາເຖິງ. 
ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ EU - ອາ​ຊຽນ ຍາມ​ໃດ​ກໍ່​ກຽມ​ພ້ອມ​ເພື່ອ​ມາ​ລົງ​ທຶນ​ຢູ່ ຫວຽດ​ນາມ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ໃຫ້ການຕ້ອນຮັບຄະນະຜູ້ແທນວິສາຫະກິດສະພາດຳເນີນທຸລະກິດ EU - ອາຊຽນ (ພາບ: VGP)

ຕອນບ່າຍວັນທີ 27 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນວິສາຫະກິດສະພາດຳເນີນທຸລະກິດ EU - ອາຊຽນ ໂດຍທ່ານ Jens Rubbert ປະທານສະພາເປັນຫົວໜ້າຄະນະ.

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໃຫ້ຮູ້ວ່າ ເພື່ອປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ດຶງດູດການລົງທຶນຈາກຕ່າງປະເທດ, ໃນໄລຍະຜ່ານມາ, ຫວຽດນາມ ໄດ້ຍູ້ແຮງການສ້າງລະບອບລະບຽບການ, ກົດໝາຍໃຫ້ສຳເລັດຜົນ; ສຸມໃສ່ລົງທຶນພື້ນຖານໂຄງລ່າງ, ໃນນັ້ນມີບັນດາເສັ້ນທາງຄວາມໄວສູງ. ທ່ານຮອງນາຍົກລັດຖະມົນຕີ ສະເໜີວ່າ ໃນໄລຍະຈະມາເຖິງ, ບັນດາວິສາຫະກິດ EU ແລະ ອາຊຽນ ມີຄວາມສົນໃຈ, ໜູນຊ່ວຍກ່ຽວກັບວຽກງານບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ທີ່ມີຄຸນນະພາບສູງ ໃຫ້ແກ່ ຫວຽດນາມ.

ສ່ວນທ່ານ Jens Rubbert ໄດ້ຕີລາຄາສູງບັນດາການກຳນົດທິດພັດທະນາເສດຖະກິດແບບຍືນຍົງຂອງ ຫວຽດນາມ ກໍ່ຄືໝາກຜົນພັດທະນາເສດຖະກິດໃນໄລຍະຈະມາເຖິງ. ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດພັດທະນາໄວທີ່ສຸດຢູ່ອາຊີ. ດັ່ງນັ້ນ, ບັນດາສະມາຊິກສະພາດຳເນີນທຸລະກິດ EU - ອາຊຽນ ຍາມໃດກໍ່ມີຄວາມໄວ້ເນື້ອເຊື່ອໃຈຢ່າງແຮງ, ກຽມພ້ອມໃຫ້ແກ່ການມາລົງທຶນ, ດຳເນີນທຸລະກິດ ແລະ ໜູນຊ່ວຍ ຫວຽດນາມ ໃນຫຼາຍຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ