ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ເຊື່ອ​ໝັ້ນ​ຕໍ່​ບົດ​ບາດ​ນຳ​ພາ​ຂອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວ້

(VOVWORLD) -ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ແມ່ນການນຳຜູ້ມີປະສົບການທີ່ດີ ພາຍຫຼັງທີ່ໄດ້ດຳລົງຫຼາຍຕຳແໜ່ງສຳຄັນຄື ເລຂາຄະນະພັກນະຄອນ ຮ່າໂນ້ຍ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະເສດຖະກິດສູນກາງ, ລັດຖະມົນຕີກະຊວງການເງິນ, ປະທານອົງການກວດສອບແຫ່ງລັດ…
ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ເຊື່ອ​ໝັ້ນ​ຕໍ່​ບົດ​ບາດ​ນຳ​ພາ​ຂອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວ້ - ảnh 1ທ່ານ ເວືອງດິ່ງເຫວ້ ສາບານຕົວເຂົ້າຮັບດຳລົງຕຳແໜ່ງເປັນປະທານສະພາແຫ່ງຊາດ (ພາບ: TTXVN)

ຕອນເຊົ້າວັນທີ 31 ມີນາ, ບັນດາສະມາຊິກສະພາແຫ່ງຊາດທີ່ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ໄດ້ເລືອກຕັ້ງທ່ານ ເວືອງດິ່ງເຫວ້, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ຮ່າໂນ້ຍ ຮັບດຳລົງຕຳແໜ່ງເປັນປະທານສະພາແຫ່ງຊາດ, ປະທານສະພາເລືອກຕັ້ງແຫ່ງຊາດ. ເມື່ອແລກປ່ຽນກັບສື່ມວນຊົນ, ສະມາຊິກສະພາແຫ່ງຊາດຫຼາຍທ່ານໄດ້ສະແດງຄວາມເຊື່ອໝັ້ນວ່າ ທ່ານປະທານສະພາແຫ່ງຊາດຄົນໃໝ່ ຈະມີການປັບປຸງເພື່ອຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ. ທ່ານ ຟ້າມວັນຮວ່າ, ຄະນະສະມາຊິກສະພາແຫ່ງຊາດ ແຂວງ ດົ່ງທາບ ຖືວ່າ: ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ແມ່ນການນຳຜູ້ມີປະສົບການທີ່ດີ ພາຍຫຼັງທີ່ໄດ້ດຳລົງຫຼາຍຕຳແໜ່ງສຳຄັນຄື ເລຂາຄະນະພັກນະຄອນ ຮ່າໂນ້ຍ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະເສດຖະກິດສູນກາງ, ລັດຖະມົນຕີກະຊວງການເງິນ, ປະທານອົງການກວດສອບແຫ່ງລັດ… ທ່ານເປັນຜູ້ທີ່ມີກຳລັງຄວາມສາມາດປະຕິບັດຕົວຈິງ, ມີສະຕິປັນຍາ, ກ້າຄິດກ້າທຳ, ກ້າຮັບຜິດຊອບ. ທ່ານ ຟ້າມວັນຮວ່າ ກໍເຊື່ອໝັ້ນວ່າ ທ່ານເວືອງດິ່ງເຫວ້ຈະປະຕິບັດບົດບາດເປັນປະທານສະພາແຫ່ງໄດ້ເປັນຢ່າງດີ.

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ເຊື່ອ​ໝັ້ນ​ຕໍ່​ບົດ​ບາດ​ນຳ​ພາ​ຂອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວ້ - ảnh 2ທ່ານ ເຈິ່ນຮວ່າງເງິນ, ຄະນະສະມາຊິກສະພາແຫ່ງຊາດ ນະຄອນ ໂຮ່ຈີມິນ (ພາບ: TTXVN)

ທ່ານ ເຈິ່ນຮວ່າງເງິນ, ຄະນະສະມາຊິກສະພາແຫ່ງຊາດ ນະຄອນ ໂຮ່ຈີມິນ ແບ່ງປັນວ່າ:

        “ພວກຂ້າພະເຈົ້າ ຫວັງວ່າ ທ່ານປະທານສະພາແຫ່ງຊາດຄົນໃໝ່ຈະສືບທອດມູນເຊື້ອ ເຊິ່ງສະພາແຫ່ງຊາດຊຸດກ່ອນໆໄດ້ສ້າງຂຶ້ນ, ເສີມຂະຫຍາຍວິທີເຮັດວຽກ ກໍຄື ກົນໄກເຄື່ອນໄຫວຂອງສະພາແຫ່ງຊາດຊຸດທີ 14 ໄດ້ຢ່າງມີປະສິດທິຜົນ.”

ຕອບກັບ

ຂ່າວ/ບົດ​ອື່ນ