ບັນດາສະມາຊິກສະພາແຫ່ງຊາດຍິງໄດ້ຮັບການເສີມຂະຫຍາຍບົດບາດ,ກຳລັງຄວາມສາມາດແລະໜ້າທີ່ຮັບຜິດຊອບ

ບັນດາສະມາຊິກສະພາແຫ່ງຊາດຍິງໄດ້ຮັບການເສີມຂະຫຍາຍບົດບາດ,ກຳລັງຄວາມສາມາດແລະໜ້າທີ່ຮັບຜິດຊອບ - ảnh 1

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຍິງ​ໄດ້ຮັບ​ການເສີມ​ຂະ​ຫຍາຍ
​ບົດ​ບາດ,ກຳ​ລັງຄວາມ​ສາ​ມາ​ດແລະໜ້າ​ທີ່​ຮັບ​ຜິດ​ຊອບ

(ພາບ: TTXVN)

(Vovworld) – ຕອນ​ບ່າຍວັນ​ທີ 22 ມີ​ນາ, ຢູ່ສະ​ພາ​ແຫ່ງ​ຊາດ, ກຸ່ມ​ ​ ​ສະ​ມາ​ສິກ​ສະ​ພາ​ແຫ່​ງ​ຊາດຍິງ ອາ​ຍຸ​ການ ​ຊຸດ​ທີ 8 ຈັດ​​ຕັ້ງການ​ສະຫຼຸບ​ເຄື່ອນ​ໄຫວ​ຂອງ​ອາ​ຍຸ​ການ. ໃນ​ອາ​ຍຸ​ການ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 8, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຍິງ ໄດ້​ເພີ່ມ​ທະ​ວີ​ບັນ​ດາ​ການ​ເຄື່ອນ​ໄຫວ ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ ລະ​ຫວ່າງ ຍິງ​ຊາຍ​; ປະ​ສານ​ສົມ​ທົບ ການ​ເຄື່ອນ​ໄຫວ ກັບ​ບັນ​​ຫາ​ຍິງ​ຊາຍ ​ ຂອງແມ່ຍິງ ໃນ​ຂົງ​ເຂດ​ການ​ເມືອງ ໄດ້​​ຮັບ​ການ​ເອົາ​ໃຈ​ໃສ່. ບັນ​ດາ​ການ​ເຄື່ອນ​ໄຫວ ຢູ່​ ສະ​ພາ​ແຫ່ງ​ຊາດ ​ກໍ່ຄື​ການ​ປະ​ກອບ​ຄຳ​ເຫັນ​ສ້າງ​ກົດ​ໝາຍ, ການຕິດ​ຕາມ ກວດ​ກາ​ ການ​ຕອບ​ຄຳ​ຊ​ັກຖາມ ຂອງ​ບັນ​ດາ​ ສ​ສ​ຊ ຍິງ ກວມ​ເອົາ​ເກືອບ 30%. ສ​ສ​ຊ ຍິງ ຫຼາຍ​ທ່ານ​ ໄດ້​ມີ​ຄວາມ​ກ້າວ​ໜ້າ​ໃນ​​ໜ້າວຽກ​ງານ. ໃນ​ການ​ເຄື່ອນ​ໄຫວ​ການ​ທູດ, ບັນ​ດາ ສ​ສ​ຊ ຍິງ​ ໄດ້ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ ແລະ ມີການ​ປະ​ກອບ​ສ່ວນ ​ຍົກ​ສູງ​ບົດ​ບາດ, ​ທີ່​ຕັ້ງ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນ​າມຫຼາຍ​ຢ່າງ, ກໍ່ຄື​ພາບພົດແມ່​ຍິງ​ຫວຽດນາມ ໃນ​ສະ​ພາສາ​ກົນ.

        ກ່າວ​ຄວາມ​ນະ​ທີ່ນີ້, ທ່ານ ຫງວຽນ​ຊິງ​ຫຸ່ງ ປະ​ທານ​ສະ​ພາ​ແຫ່ງ​ຊາດ, ຢັ້ງ​ຢືນ​​ວ່າ: ໃນຕະຫຼອດ 70 ປີ​ ປະ​ຫວັດ​ສາດ ​ຂອງ​ສະ​ພາ​ແຫ່ງ​ຊາດ ຍາມ​ໃດ​ກໍ່​ມີ​ການ​ຮ່ວມ​ເດີນ​ທາງ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ, ​ມີ​ຄວາມ​ຮັບ​ຜິດ​ຊອບ ແລະ ​ທັດ​ສະ​ນະ ຂອງ​ບັນ​ດາ ສ​ສ​ຊ ຍິງ. ສ​ສ​ຊ ແຕ່​ລະ ​ຄົນສະ​ແດງ​ໃຫ້​ເຫັນ​​ບົດ​ບາດ, ຄຸນ​​ນະ​ທາດ, ກຳ​ລັງ​ຄວາມ​ສາ​ມາດ ແລະ ​​ມີຄວາມ​ຮັບ​ຜິດ​ຊອບສູງ​ ໃນ​ສະ​ພາ​ແຫ່ງ​ຊາດ. ການ​ເຄື່ອນ​ໄຫວ ຂອງ​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ຍິງ ນັບ​ມື້​​ນັບອຸ​ດົມ​ສົມ​ບູນ, ມີ​ປະ​ສິດ​ທິ​ຜົນ ແລະ ​ສະ​ໜິດຕິດ​ພັນ. ທ່ານ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ ​ປາ​ຖະ​ໜາ ໃນ​ການ​ເລືອກ​ຕັ້ງ ສ​ສ​ຊ ຊຸດ​ທີ 14,  ບັນ​ດາ ສ​ສ​ຊ ຍິງ ຈະ​ໄດ້​ຮັບ​ການ​ເລືອກ​ຕັ້ງຫຼາຍ​ກ່​ວາ, ສູ້​ຊົນ​ບັນ​ລຸ​ໜ​້ອນ​ສຸດ​ແມ່ນ 35% ທ່ານ​ສະ​ພາ​ແຫ່ງ​ຊາດ​ສະ​ເໜີ​ໃຫ້​ບັນ​ດາ ສ​ສ​ຊ ຍິງ​ມີ​ການ​ກະ​ທຳ ຢ່າງ​ແຂງ​ແຮງ​ກ່​ວາ​ອີກ, ມີ​ຄວາມເຊື່ອ​ໝັ້ນ​ຕົນ​ເອງ ແລະ ເສີມ​ຂະ​ຫຍາຍ ມູນ​ເຊື້ອ​​ແມ່ຍິງ​ຫວຽດ​ນາມ ​ມີ​ຄວາມ​ຈົງ​ຮັກ​ພັກ​ດີ, ເຮັດ​ລ້ອນ​ໜ້າ​ທີ່​ວຽກ​ບ້ານ​ການ​ເຮືອນ, ມີ​ຄວາມເກັ່ງ​ກ້າສາ​ມາດ, ພາ​ລະ​ອາດ​ຫານ.

ຂ່າວ/ບົດ​ອື່ນ