ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ແບ່ງ​ປັນ​ບົດ​ຮຽນ​ດຳ​ເນີ​ນ​ທຸ​ລະ​ກິດ​ທີ່​ມີ​ຄວາມ​ຮັ​ບ​ຜິດ​ຊອບ​​ຢູ່ ຫວຽດ​ນາມ

(VOVWORLD) -ວັນທີ 25 ພະຈິກ, ຢູ່ນະຄອນ ໂຮ່ຈີມິນ, ອົງການແຮງງານສາກົນ (ILO), ອົງການການຮ່ວມມືພັດທະນາເສດຖະກິດ (OECD), ຫ້ອງການການຄ້າ ເອີລົບປະຈຳ ຫວຽດນາມ (EuroCham) ສົມທົບກັບ ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມປະຈຳ ນະຄອນ ສາຂາໂຮ່ຈີມິນ (VCCI-HCM) ໄດ້ຈັດຕັ້ງເວທີປາໄສ “ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບຢູ່ ຫວຽດນາມ” (VietNam Responsible Business Forum).
ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ແບ່ງ​ປັນ​ບົດ​ຮຽນ​ດຳ​ເນີ​ນ​ທຸ​ລະ​ກິດ​ທີ່​ມີ​ຄວາມ​ຮັ​ບ​ຜິດ​ຊອບ​​ຢູ່ ຫວຽດ​ນາມ - ảnh 1 ເວທີປາໄສ “ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບຢູ່ ຫວຽດນາມ” (ພາບ: TTXVN)

ທີ່ເວທີປາໄສ, ບັນດາຜູ້ແທນໄດ້ແບ່ງປັນບົດຮຽນກ່ຽວກັບການສ້າງສະພາບແວດລ້ອມທີ່ມີຄວາມສະດວກຮັບປະກັນໃຫ້ແກ່ຄວາມໝັ້ນຄົງຂອງບັນດາລະບົບສະໜອງ ຢູ່ ຫວຽດນາມ, ບັນດາສິ່ງທ້າທາຍ ແລະ ກາລະໂອກາດໃຫ້ແກ່ການດຳເນີນທຸລະກິດເຊິ່ງໄດ້ສະແດງໃຫ້ເຫັນຜ່ານບັນດາຄຳໝັ້ນສັນຍາຂອງ ຫວຽດນາມ ໃນບັນດາສົນທິສັນຍາເສລີລຸ້ນໃໝ່ ແລະ ການໃຫ້ສັດຕະຍາບັນສົນທິສັນຍາເລກທີ 98 ຂອງອົງການແຮງງານສາກົນ.

        ໂດຍເປັນຜູ້ຕາງໜ້າໃຫ້ແກ່ອົງການແຮງງານສາກົນ ປະຈຳ ຫວຽດນາມ, ທ່ານ Fredy Guayacan ໄດ້ຕີລາຄາສູງຄວາມຂະຫຍັນຂັນເຄື່ອນ ແລະ ການພັດທະນາຢ່າງວ່ອງໄວຂອງພື້ນຖານເສດຖະກິດ ຫວຽດນາມ, ຄວາມມານະພະຍາຍາມຂອງ ຫວຽດນາມ ເພື່ອແນໃສ່ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດໃໝ່, ໃຫ້ເໝາະສົມກັບທ່າອ່ຽງຂອງໂລກ.

        ສ່ວນທ່ານ Carsten Shittek ຫົວໜ້າຄະນະເສດຖະກິດ ແລະ ການຄ້າຄະນະຜູ້ຕາງໜ້າຄະນະກຳມະການເອີລົບປະຈຳຫວຽດນາມ, ຖືວ່າ ຫວຽດນາມຕ້ອງປະຕິຮູບ ເພື່ອປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ລະບົບນິຕິກຳ ແລະ ບັນດາລະບອບລະບຽບການ… ກ່ວາອີກຫ້ອງການການຄ້າ ເອີລົບ ປະຈຳ ຫວຽດນາມ ແລະ ບັນດາອົງການຈັດຕັ້ງສາກົນໃຫ້ຄຳໝັ້ນສັນຍາວ່າ ຈະພ້ອມກັນກະທຳ, ໜູນຊ່ວຍດ້ານເຕັກນິກ, ແບ່ງປັນບົດຮຽນ, ປະສົບການກັບບັນດາອົງການສະຫະສະມາຄົມ, ຂະແໜງອາຊີບ, ວິສາຫະກິດ ຫວຽດນາມ ເພື່ອຍາດແຍ່ງບັນດາໂອກາດທີ່ບັນລຸໄດ້ຈາກບັນດາສົນທິສັນຍາການຄ້າລຸ້ນໃໝ່ໃຫ້ດີກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ