ບັນດາອົງການຈັດຕັ້ງສາກົນໃຫ້ຄວາມສົນໃຈເປັນພິເສດເຖິງເນື້ອໃນ ໃນເອກະສານກອງປະຊຸມໃຫຍ່ສະໄໝທີ XIV ຂອງພັກ
(VOVWORLD) - ບັນດານະໂຍບາຍຊີ້ຂາດກ່ຽວຂ້ອງເຖິງແນວທາງການພົວພັນຕ່າງປະເທດ, ການພັດທະນາແບບຍືນຍົງ ແລະ ວັດທະນະທຳ ທີ່ໄດ້ສະແດງໃຫ້ເຫັນໃນເອກະສານສະບັບຕ່າງໆຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ທີ່ພວມຈັດຂຶ້ນຢູ່ ຮ່າໂນ້ຍ ໄດ້ດຶງດູດຄວາມສົນໃຈຂອງຫຼາຍອົງການສາກົນໃຫຍ່.
(ພາບປະກອບ: TTXVN) |
ຕີລາຄາກ່ຽວກັບບັນດານະໂຍບາຍຊີ້ຂາດທີ່ກ່ຽວຂ້ອງເຖິງແນວທາງການຕ່າງປະເທດ, ກໍ່ຄືບັນດາບັນຫາຕິດພັນກັບການຮ່ວມມືລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີລົບ (ອີຢູ), ທ່ານ Julien Guerrier, ເອກອັກຄະລັດຖະທູດ ອີຢູ ປະຈຳ ຫວຽດນາມ ໃຫ້ຂໍສັງເກດວ່າ ໃນໄລຍະ 5 ປີຜ່ານມາ, ຫວຽດນາມ ໄດ້ພິສູດໃຫ້ເຫັນກຳລັງແຮງໃນການຫັນການຄຸ້ມຄອງເປັນທັນສະໄໝ ແລະ ຮັກສາວົງໂຄຈອນການພັດທະນາທີ່ໜ້າປະທັບໃຈ. ທ່ານ ຢືນຢັນເລື່ອງ ຫວຽດນາມ ບັນລຸລະດັບເຕີບໂຕກວ່າ 8% ໃນປີຜ່ານມາ “ແມ່ນສັນຍານຢ່າງແຮງກ່ຽວກັບຄວາມຂະຫຍັນຂັນເຄື່ອນ ແລະ ຄວາມໝັ້ນໃຈ, ພ້ອມກັນນັ້ນຊີ້ໃຫ້ເຫັນວ່າ ຫວຽດນາມ ສືບຕໍ່ແມ່ນໜຶ່ງໃນບັນດາເລື່ອງລາວກ່ຽວກັບເສດຖະກິດມີຊີວິດຊີວາທີ່ສຸດຢູ່ພາກພື້ນ”.
ໂດຍສົນໃຈຕໍ່ບັນດາເນື້ອໃນການພັດທະນາແບບຍືນຍົງໃນຮ່າງເອກະສານກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ທ່ານນາງ Pauline Tamesis, ຜູ້ປະສານງານສະຫະປະຊາຊາດປະຈຳ ຫວຽດນາມ ເນັ້ນໜັກວ່າ ຫວຽດນາມ ບັນລຸໄດ້ບັນດາຄວາມກ້າວໜ້າກະໂດດຂັ້ນ, ຈາກການຫຼຸດຜ່ອນຄວາມທຸກຍາກ ຕະຫຼອດຮອດການຮັກສາລະດັບເຕີບໂຕເສດຖະກິດຢ່າງແຮງ ແລະ ການພັດທະນາມະນຸດ, ດ້ວຍດັດຊະນີ HDI ນອນໃນກຸ່ມພັດທະນາມະນຸດສູງ.
ໃນຂົງເຂດວັດທະນະທຳ, ທ່ານ Jonathan Wallace Baker ຫົວໜ້າຜູ້ຕາງໜ້າອົງການສຶກສາວິທະຍາສາດ ແລະ ວັດທະນະທຳສະຫະປະຊາຊາດ (UNESCO) ປະຈຳ ຫວຽດນາມ, ຕີລາຄາວ່າ ໃນຮ່າງເອກະສານກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ວັດທະນະທຳ ແລະ ມໍລະດົກນັບມື້ນັບໄດ້ຮັບການຮັບຮູ້ຄືດັ່ງພາກສ່ວນໜຶ່ງທີ່ສຳຄັນໃນວິທີການສຳຜັດລວມຂອງ ຫວຽດນາມ ສຳລັບການຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນ.