ບັນດາເນື້ອໃນຕົ້ນຕໍໃນຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ຄວນຮັບເອົາຄຳເຫັນຈາກປະຊາຊົນ

(VOVWORLD) -ບັນດາເນື້ອໃນຕົ້ນຕໍທີ່ຍົກອອກມາຮັບເອົາຄຳເຫັນ, ລວມມີ: ການວາງແຜນຜັງ, ແຜນການນຳໃຊ້ທີ່ດິນ; ຖອນຄືນທີ່ດິນ ແລະ ນະໂຍບາຍຊົດເຊີຍ, ໜູນຊ່ວຍ
ບັນດາເນື້ອໃນຕົ້ນຕໍໃນຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ຄວນຮັບເອົາຄຳເຫັນຈາກປະຊາຊົນ - ảnh 1(ພາບປະກອບ: VGP)

        ແຕ່ວັນທີ 03 ມັງກອນ ຫາວັນທີ 13 ມີນາ, ເນື້ອໃນທັງໝົດຂອງຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ໄດ້ຖືກຍົກອອກມາຮັບເອົາຄຳເຫັນຈາກປະຊາຊົນຢ່າງກວ້າງຂວາງ.

        ບັນດາເນື້ອໃນຕົ້ນຕໍທີ່ຍົກອອກມາຮັບເອົາຄຳເຫັນ, ລວມມີ: ການວາງແຜນຜັງ, ແຜນການນຳໃຊ້ທີ່ດິນ; ຖອນຄືນທີ່ດິນ ແລະ ນະໂຍບາຍຊົດເຊີຍ, ໜູນຊ່ວຍ, ເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່; ພັດທະນາແຫຼ່ງທີ່ດິນ; ມອບດິນ, ໃຫ້ເຊົ່າທີ່ດິນ; ຈົດທະບຽນທີ່ດິນ, ອອກໃບຢັ້ງຢືນ ແລະ ບັນດາລະບຽບການບໍລິຫານ…

        ຮູບການຮັບເອົາຄຳເຫັນລວມມີ: ປະກອບຄຳເຫັນໂດຍກົງດ້ວຍເອກະສານ; ຈັດກອງປະຊຸມ, ກອງປະຊຸມສຳມະນາ, ການໂອ້ລົມສົນທະນາກັບບັນດາອົງການຈັດຕັ້ງ, ຫົວໜ່ວຍ; ປະກອບຄຳເຫັນໂດຍກົງຜ່ານປະຕູຖານຂໍ້ມູນເອເລັກໂຕນິກຂອງສະພາແຫ່ງຊາດ, ປະຕູຖານຂໍ້ມູນເອເລັກໂຕນິກຂອງລັດຖະບານ, ບັນດາພາຫະນະສື່ມວນຊົນອື່ນໆ…

        ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນຈຳນວນຫຼາຍໄດ້ສະແດງຄວາມເຫັນດີເຫັນພ້ອມສູງຕໍ່ເລື່ອງຮັບເອົາຄຳເຫັນ, ໂດຍຖືວ່າ ການເຄື່ອນໄຫວດັ່ງກ່າວໄດ້ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນພຶດຕິກຳຕົວຈິງເມື່ອກົດໝາຍໄດ້ນຳເຂົ້າສູ່ຊີວິດຕົວຈິງ.

        “ເລື່ອງຍົກເອົາຮ່າງກົດໝາຍມາຂໍຄຳເຫັນຈາກປະຊາຊົນແມ່ນປະຕິບັດຢ່າງມີປະຊາທິປະໄຕ, ປະຊາຊົນເຂົ້າຮ່ວມການສ້າງກົດໝາຍ ເພື່ອຮັບປະກັນສິດຜົນປະໂຫຍດຂອງພົນລະເມືອງ. ເພື່ອໃຫ້ປະຊາຊົນເຂົ້າຮ່ວມ ຈາກຂັ້ນຕາແສງນັ້ນ, ອຳນາດການປົກຄອງຂັ້ນຮາກຖານຄວນສົມທົບກັບອົງການຈັດຕັ້ງ, ມະຫາຊົນຈັດການຂໍຄຳເຫັນຈາກປະຊາຊົນ ເພື່ອລວບລວມຄຳເຫັນ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນຢ່າງກວ້າງຂວາງ, ຍ້ອນນີ້ແມ່ນຮ່າງກົດໝາຍສຳຄັນທີ່ສຸດ”.

ຕອບກັບ

ຂ່າວ/ບົດ​ອື່ນ