ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກຸ່ມ G4 ອວຍ​ພອນ​ບຸນ​ເຕັດ​ປີ​ແມວ 2023: ເພື່ອ​ພື້ນ​ຖານການ​ສຶກ​ສາ​ກວມ​ລວມ​ຢູ່ ຫວຽດ​ນາມ

(VOVWORLD) -ບັນດາການເຄື່ອນໄຫວ ແລະ ສາກົນຂອງນັກການທູດໄດ້ບັນທຶກຄຼິບວີດີໂອຍາວ 3 ນາທີ, ໃນນັ້ນໄດ້ເນັ້ນໜັກວ່າ ສັງຄົມກວມລວມ ແມ່ນສັງຄົມຮັບຮອງເອົາ ແລະ ເຄົາລົບສ່ວນບຸກຄົນໝົດທຸກຄົນ.
ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກຸ່ມ G4 ອວຍ​ພອນ​ບຸນ​ເຕັດ​ປີ​ແມວ 2023: ເພື່ອ​ພື້ນ​ຖານການ​ສຶກ​ສາ​ກວມ​ລວມ​ຢູ່ ຫວຽດ​ນາມ - ảnh 1ບັນດາເອກອັກຄະລັດຖະທູດອວຍພອນບຸນເຕັດ ໃນຄຼິບວີດີໂອ (ພາບ: ໜ້າຈໍຄຼິບວີດີໂອ)

ກ່ອນບຸນປີໃໝ່ປະຈຳຊາດປີແມວ 2023 ຂອງ ຫວຽດນາມ, ວັນທີ 18 ມັງກອນ, ເອກອັກຄະລັດຖະທູດ, ອຸປະທູດຊົວຄາວກຸ່ມ 4 ປະເທດກຸ່ມ G4 ປະຈຳ ຫວຽດນາມ ລວມມີ: ນິວຊີແລນ, ການາດາ, ນອກແວ ແລະ ສະວິດ ໄດ້ໄປຢາມໝູ່ບ້ານ ໄມມັນ (ນະຄອນ ໂຮ່ຈີມິນ) ແລະ ໄດ້ສົ່ງສານອວຍພອນປີໃໝ່ ຫວຽດນາມ. ບັນດາການເຄື່ອນໄຫວ ແລະ ສາກົນຂອງນັກການທູດໄດ້ບັນທຶກຄຼິບວີດີໂອຍາວ 3 ນາທີ, ໃນນັ້ນໄດ້ເນັ້ນໜັກວ່າ ສັງຄົມກວມລວມ ແມ່ນສັງຄົມຮັບຮອງເອົາ ແລະ ເຄົາລົບສ່ວນບຸກຄົນໝົດທຸກຄົນ, ໃນນັ້ນມີທັງຄົນພິການ ປ່ຽບເໝືອນດັ່ງຄູ່ຮ່ວມມືທີ່ມີຄວາມສະເໝີພາບ.

        ໂດຍຫາກໍ່ໄດ້ຮັບໜ້າທີ່ຢູ່ ຫວຽດນາມ ເມື່ອເດືອນພຶດສະພາ ປີ 2022, ທ່ານເອກອັກຄະລັດຖະທູດ ການາດາປະຈຳ ຫວຽດນາມ Shawn Steil ແບ່ງປັນວ່າ:

        ບຸນເຕັດປີນີ້, ຂ້າພະເຈົ້າຢາກສະໜັບສະໜູນໃຫ້ຜູ້ທີ່ພວມອຸທິດຕົນເພື່ອພື້ນຖານການສຶກສາກວມລວມ ຢູ່ ຫວຽດນາມ, ເພື່ອຮັບປະກັນພື້ນຖານການສຶກສານັ້ນໃຫ້ໝົດທຸກຄົນ ແລະ ບໍ່ປະສົບກັບສິ່ງກີດຂວາງໃດ, ເພື່ອໃຫ້ປະຊາຊົນໝົດທຸກຄົນລ້ວນແຕ່ມີໂອກາດເສີມຂະຫຍາຍກຳລັງຄວາມສາມາດບົ່ມຊ້ອນຂອງຕົນຢ່າງສຸດຂີດ.

ຕອບກັບ

ຂ່າວ/ບົດ​ອື່ນ