ບັນດາແຂວງເຂດທົ່ງພຽງແມ່ນຳ້ຂອງຄວນຍູ້ແຮງການສ້າງໂຄງປະກອບກະສີກຳຄືນໃໝ່

ບັນດາແຂວງເຂດທົ່ງພຽງແມ່ນຳ້ຂອງຄວນຍູ້ແຮງການສ້າງໂຄງປະກອບກະສີກຳຄືນໃໝ່ - ảnh 1
(ບັນດາ​ແຂວງ​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ​
ຄວນ​ຍູ້​ແຮງ​ການ​ສ້າງ​ໂຄງ​ປະກອບ​ກະ​ສີ​ກຳ​ຄືນ​ໃໝ່)


(vovworld) - ວັນ​ທີ 9/7, ຢູ່​ນະຄອນ​ເກິ່ນ​ເທີ, ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບ​ການ​ເຄື່ອນ​ໄຫວ​ໃນ 6 ​ເດືອນ​ຕົ້ນ​ປີ 2014 ​​ແລະ ວາງ​​ທິດ​ທາງ​ເຄື່ອນ​ໄຫວ​ໃນ 6 ​ເດືອນ​ທ້າຍ​ປີ. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ ຕີ​ລາຄາ​ສູງ​ເລື່ອງ​ທ້ອງ​ຖີ່​ນຕ່າງໆ​ໃນ​​ເຂດ​ທົ່ງພຽງ​​ແມ່​ນຳ້ຂອງໄດ້ຜັນ​ຂະຫຍາຍ​ບັນດາ​ແຜນ​ນະ​ໂຍບາຍ, ມາດ​ຕະການ​ຂອງ​ລັດຖະບານ​ຢ່າງ​ຄົບ​ຊຸດ ​ແລະ ​ເດັດ​ດ່ຽວ, ກໍ່​ຄື​ບັນລຸ​ໄດ້​ຫຼາຍ​ຕົວ​ເລກ​ຄາດໝາຍ​ເສດຖະກິດ - ສັງຄົມ​ໃນ 6 ​ເດືອນຕົ້ນ​ປີ 2014…ທ່ານ​ຮອງ​ນາຍົກລັດຖະມົນຕີຮຽກຮ້ອງ​ໃຫ້​ທ້ອງ​ຖີ່​ນ ຕ່າງໆ​ສືບ​ຕໍ່​ພັດທະນາ​ເສດຖະກິດ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ວິ​ສາ​ຫະກິດ, ຍູ້​ແຮງ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ​ເຊິ່ງຈຸດ​ສຸມ​ແມ່ນການ​ສ້າງ​ໂຄງ​ປະກອບຂະ​ແໜງ​ກະ​ສີ​ກຳ​, ​ເພີ່ມ​ທະວີ​ສາຍ​ພົວພັນ​ລະຫວ່າງ​ຊາວ​ກະ​ສີກ​ອນກັບ​ຊາວ​ກະ​ສີກ​ອນ, ລະຫວ່າງ​ຊາວ​ກະ​ສີກ​ອນກັບ​ວິ​ສາ​ຫະກິດ ​ເພື່ອ​ຊອກ​ຫາ​ຕະຫຼາດ, ຮັບປະກັນ​ຈຳໜ່າຍ​ຜະລິດ​ຕະພັນ​ກະ​ເສດ​ເປັນ​ຢ່າງ​ດີ. ທ້ອງ​ຖີ່​ນຕ່າງໆ​ຄວນ​ຍູ້​ແຮງ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີສູງ​ເຂົ້າ​ໃນ​ການ​ຜະລິດ ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ມູນ​ຄ່າ​ໃຫ້​ຜະລິດ​ຕະພັນ​ກະ​ເສດ; ​ເປັນ​ເຈົ້າ​ການ​ມີ​ບັນດາ​ວິທີ​ການ​ເພື່ອ​ເປີດ​ກວ້າງ​ຕະຫຼາດ.

ຂ່າວ/ບົດ​ອື່ນ