ບຸນວັນເພງເດືອນ8ປີ2015ດຳເນີນໄປຢ່າງຟົດຟື້ນຢູ່ຫລາຍທ້ອງຖິ່ນໃນທົ່ວປະເທດ

ບຸນວັນເພງເດືອນ8ປີ2015ດຳເນີນໄປຢ່າງຟົດຟື້ນຢູ່ຫລາຍທ້ອງຖິ່ນໃນທົ່ວປະເທດ - ảnh 1
ການ​ເຄື່ອນ​ໄຫວ​ຕ້ອນ​ຮັບ​ບຸນ​ວັນ​ເພງ​ເດືອນ 8 ຢູ່ ຕວຽນ​ກວາງ
ພາບ:baotintuc

(vovworld)-  ວັ​ນ​ທີ 26/9, ງານ​ບຸນ​ຕ້ອນ​ຮັບ​ບຸນ​ວັນ​ເພງ​ເດືອນ​ປີ 2015 ຂະ​ຫນາດ​ໃຫຍ່ ໂດຍ​ຫໍ​ພິ​ພິ​ດ​ທະ​ພັນ​ຮ່າ​ໂນ້ຍ ແລະ ກຸ່ມ​ສາ​ລາ​ບ້ານ ຫວຽດ​ນາມ ສົມ​ທົບ​ກັນ​ຈັດ​ຂຶ້ນ, ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ເດັກ​ນ້ອຍ ແລະ ພໍ່​ແມ່​ຂອງ​ເດັກ​ເກືອບ 1000 ຄົນ. ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ​ໃນ​ງານ​ບຸນ ແມ່​ນ​ບັນ​ດາ​ການ​ລະ​ຫລິ້ນ​ພື້ນ​ເມືອງ​ຄື: ຟ້ອນ​ສິງ​ໂຕ, ແຫ່​ໂຄມ​ໄຟ​ຮູບ​ດວງ​ດາວ, ແຂ່​ງ​ຂັນ​ເລົ່​າ​ເລື່ອງ…

ໃນ​ວັນ​ດ​ຽວ​ກັນ, ຢູ່​ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ​ວິ​ທະ​ຍາ ຫວຽດ​ນາມ ໄດ້​ດຳ​ເນີນ​ພິ​ທີ​ໄຂ​ລາຍ​ການ​ຕ້ອນ​ຮັບ​ບຸນ​ວັນ​ເພງ​ເດືອນ 8 ປີ 2015 ດ້ວຍ​ຫົວ​ເລື່ອງ “ສີ​ສັນ​ວັດ​ທະ​ນະ​ທຳ ເກີນ​ເທີ”. ລາຍ​ການ​ດັ່ງ​ກ່າວ​ໄດ້​ແນະ​ນຳ​ຈຸດ​ວັດ​ທະ​ນະ​ທຳ​ຂອງ​ບັນ​ດາ​ທ້ອງ​ຖິ່ນ​ຢູ່​ ເກີນ​ເທີ ໃຫ້​ຊາວ​ນະ​ຄອນ​ຫລວງ​ຮ່າ​ໂນ້ຍ ກໍ​ຄື​ແຂວງ ໃກ້​ຄຽງ​ໄດ້​ຮັບ​ຊາບ, ພິ​ເສດ ແມ່ນ​ບັນ​ດ​ການ​ລະ​ຫລິ້ນ​ພື້ນ​ເມືອງ​ຂອງ​ພາກ​ໃຕ້​ເພື່ອ​ໃຫ້​ເດັກ​ນ້ອຍ​ເຂົ້າ​ຮ່ວມ​ນຳ.

ຕອນ​ຄ່ຳ​ວັນ​ດຽວ​ກັນ ຢູ່ ຫລາຍ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ ຄ​ື ນະ​ຄອນ ໂຮ່​ຈີ​ມີນ, ແຂວງ ບັກ​ນີງ ກ​ໍ​ໄດ້​ຈັດ​ການ​ເຄື່ອນ​ໄຫວ​ຟົດ​ຟື້ນ​ຫລາຍ​ຢ່າງ​ເພື່ອ​ໃຫ້​ເດັກ​ນ້ອຍ​ຕ້ອນ​ຮັບ​ບຸນ​ວັນ​ເພງ​ເດືອນ 8 ຢ່າງ​ເບິກ​ບານ​ມ່ວນ​ຊື່ນ.

 

ຂ່າວ/ບົດ​ອື່ນ