ບັນ​ຫາ Brexit: ຂໍ້​ຕົກ​ລົງ​ລະ​ຫວ່າງ ອັງ​ກິດ ແລະ ອີ​ຢູ ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ສະ​ຖຽນ​ລະ​ພາບ​ໃຫ້​ແກ່​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ

(VOVWORLD) -ຂໍ້ຕົກລົງການຄ້າ ທີ່ຫາກໍບັນລຸໄດ້ກັບ ອັງກິດນັ້ນ ໄດ້ຊ່ວຍກອບກູ້ ແລະ ຮັບປະກັນສະຖຽນລະພາບໃຫ້ແກ່ປະຊາຊົນ ແລະ ວິສາຫະກິດຂອງທັງສອງຝ່າຍ. 
ບັນ​ຫາ Brexit: ຂໍ້​ຕົກ​ລົງ​ລະ​ຫວ່າງ ອັງ​ກິດ ແລະ ອີ​ຢູ ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ສະ​ຖຽນ​ລະ​ພາບ​ໃຫ້​ແກ່​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ - ảnh 1ທ່ານ Michel Barnier ຫົວໜ້າຄະນະເຈລະຈາ ສະຫະພາບເອີຣົບ (ພາບ: TTXVN)

ທ່ານ Michel Barnier ຫົວໜ້າຄະນະເຈລະຈາ ສະຫະພາບເອີຣົບ (ອີຢູ) ໃຫ້ຂໍ້ສັງເກດວ່າ ຂໍ້ຕົກລົງການຄ້າ ທີ່ຫາກໍບັນລຸໄດ້ກັບ ອັງກິດນັ້ນ ໄດ້ຊ່ວຍກອບກູ້ ແລະ ຮັບປະກັນສະຖຽນລະພາບໃຫ້ແກ່ປະຊາຊົນ ແລະ ວິສາຫະກິດຂອງທັງສອງຝ່າຍ. ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ Franceinfo ໃນວັນທີ 28 ທັນວາ, ທ່ານ Barnier ຢັ້ງຢືນວ່າ ອີຢູ ແລະ ອັງກິດ ໄດ້ພ້ອມກັນປະຕິບັດຄຳໝັ້ນໝາຍຊຸກຍູ້ ວິວັດການ Brexit ຢ່າງເປັນລະບຽບ ແລະ ຂໍ້ຕົກລົງທີ່ບັນລຸໄດ້ນັ້ນ ສາມາດຮັບປະກັນສະຖຽນລະພາບໄດ້ສ່ວນໃດສ່ວນໜຶ່ງ. ເຖິງຢ່າງໃດກໍຕາມ, ທ່ານ Barnier ຖືວ່າ ຍັງຄົງມີບາງປັດໄຈຕັດສິນການພົວພັນຂອງ ອັງກິດ ແລະ ອີຢູ ໃນອະນາຄົດ, ລວມທັງການຮ່ວມມືດ້ານນະໂຍບາຍການຕ່າງປະເທດ.

        ໄລຍະຫົວລ້ຽວຫົວຕໍ່ Brexit  ຈະສິ້ນສຸດລົງໃນເວລາ 23 ໂມງ 00 ນາທີ ຂອງວັນທີ 31 ທັນວາ ຈະມາເຖິງ. ນັບແຕ່ພາຍຫຼັງຈຸດເວລານັ້ນເປັນຕົ້ນໄປ, ການພົວພັນລະຫວ່າງສອງຝ່າຍຈະປ່ຽນແປງໄປຕາມທິດຈຳກັດກວ່າ ເມື່ອທຽບໃສ່ປັດຈຸບັນ. ຂໍ້ຕົກລົງ ລະຫວ່າງ ອັງກິດ ແລະ ອີຢູ ຈະຊ່ວຍໃຫ້ວິສາຫະກິດຂອງສອງປະເທດ ມີສິດສຳຜັດຕະຫຼາດຂອງກັນໄດ້ຢ່າງສະດວກກວ່າຫຼາຍເທົ່າ ເມື່ອທຽບໃສ່ຂໍ້ກຳນົດຂອງ ອົງການການຄ້າໂລກ, ຮັບປະກັນວ່າ ສິນຄ້າໃນການແລກປ່ຽນຊື້-ຂາຍລະຫວ່າງສອງຝ່າຍ ຈະບໍ່ຖືກກີດກັ້ນດ້ວຍບັນຫາ ໂຄຕາ ແລະ ພາສີ.


ຕອບກັບ

ຂ່າວ/ບົດ​ອື່ນ