ບັນຫາ Brexit: ອັງກິດ, ອີຢູ ໃກ້ຈະມີຂໍ້ຕົກລົງ

(VOVWORLD) -ບັນດາຝ່າຍພວມຊອກວິທີອັບເດັດຖະແຫຼງການກ່ຽວກັບການພົວພັນລະຫວ່າງ ອັງກິດ  - ອີຢູ ພາຍຫຼັງບັນລຸໄດ້ Brexit ເພື່ອເນັ້ນໜັກເຖິງ “ບັນດາການສັບຊ້ອນປ່ຽນແທນ” ເຊິ່ງ ລອນດອນພວມຊອກຫາ

        ສະຫະພາບເອີຣົບ (ອີຢູ) ແລະ ອັງກິດ ພວມມຸ່ງໄປສູ່ຂໍ້ຕົກລົງນິຕິກໍາສະບັບອື່ນ,ໃນນັ້ນ, ອີຢູ ຈະເນັ້ນໜັກເຖິງທາດແທ້ຂອງມາດຕາທີ່ເປັນຮົ້ວກີດຂວາງຊົ່ວຄາວ ຢູ່ຊາຍແດນ ອຽກລັງ ແລະ ເຂດດິນແດນ ອຽກລັງເໜືອ ຂຶ້ນກັບ ອັງກິດ ຫຼາຍກວ່າ, ແຕ່ປະຕິເສດເລື່ອງຍົກອອກມາບັນດາຄໍາໝ້ັນສັນຍາລະອຽດ ກ່ອນທີ່ສະພາແຫ່ງຊາດ ອັງກິດ ຈະສະແດງໃຫ້ເຫັນທັດສະນະຂອງຕົນ.

ບັນຫາ Brexit: ອັງກິດ, ອີຢູ ໃກ້ຈະມີຂໍ້ຕົກລົງ - ảnh 1ພາຍຫຼັງທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ແລະ ປະທານຄະນະກໍາມະການເອີຣົບ (EC) Jean –Claude Juncker (ພາບປະກອບ:໊ AFP/TTXVN)

ພາຍຫຼັງທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ແລະ ປະທານຄະນະກໍາມະການເອີຣົບ (EC) Jean –Claude Juncker ພົບປະກັນຢູ່ ບຣຸກແຊນ, ປະເທດ ແບນຊິກ         ມາເປັນເວລາໜຶ່ງວັນ ເພື່ອຊອກຫາທາງອອກໃຫ້ແກ່ສະພາບການຈົນຕາແຈໃນການເຈລະຈາ Brexit, ສໍານັກຂ່າວສານ Reuters ໄດ້ຄັດສະເໜີຄໍາເວົ້າຂອງນັກການທູດ ທີ່ບໍ່ເຜີຍຊື່ ຢູ່ ບຣຸກແຊນ ໂດຍໃຫ້ຮູ້ວ່າ ສອງຝ່າຍ ໄດ້ປຶກສາຫາລື ກ່ຽວກັບ “ຖະແຫຼງການຄູ່ຂະໜານ” ຫຼື “ພາຫະນະອະທິບາຍ” ສໍາລັບ ມາດຕາທີ່ເປັນ “ຮົ້ວກີດຂວາງ”. ແຫຼ່ງຂ່າວໜຶ່ງອີກ ໃຫ້ຮູ້ວ່າ ບັນດາຝ່າຍພວມຊອກວິທີອັບເດັດຖະແຫຼງການກ່ຽວກັບການພົວພັນລະຫວ່າງ ອັງກິດ  - ອີຢູ ພາຍຫຼັງບັນລຸໄດ້ Brexit ເພື່ອເນັ້ນໜັກເຖິງ “ບັນດາການສັບຊ້ອນປ່ຽນແທນ” ເຊິ່ງ ລອນດອນພວມຊອກຫາ. ເຖິງຢ່າງໃດກໍຕາມ, ທ່ານນາງ Theresa May ຈະບໍ່ໄດ້ຮັບຄໍາຕອບລະອຽດ ຈາກ ອີຢູ ກ່ອນວັນທີ 28 ກຸມພາ.


ຕອບກັບ

ຂ່າວ/ບົດ​ອື່ນ