ບັນຫາ Brexit: ອັງກິດ ແລະ ອີຢູ ເຫັນດີສືບຕໍ່ດຳເນີນການເຈລະຈາພາຍຫຼັງໝົດກຳນົດເວລາສຸດທ້າຍໃນວັນທີ 13 ທັນວາ

(VOVWORLD) -ວັນທີ 13 ທັນວາ, ລັດຖະບານອັງກິດ ແລະ ສະຫະພາບເອີລົບ (ອີຢູ) ເຫັນດີຈະ “ໄປໄກກວ່າ” ແລະ ສືບຕໍດຳເນີນບັນດາການເຈລະຈາກ່ຽວກັບຂໍ້ຕົກລົງດ້ານການຄ້າພາຍຫຼັງ Brexit.

ບັນຫາ Brexit: ອັງກິດ ແລະ ອີຢູ ເຫັນດີສືບຕໍ່ດຳເນີນການເຈລະຈາພາຍຫຼັງໝົດກຳນົດເວລາສຸດທ້າຍໃນວັນທີ 13 ທັນວາ - ảnh 1 ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ແລະ ທ່ານນາງປະທານຄະນະກຳມະການເອີລົບ Ursula von der Leyen

(ພາບ: THX/TTXVN)

ໃນຖະແຫຼງການຮ່ວມ, ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ແລະ ທ່ານນາງປະທານຄະນະກຳມະການເອີລົບ Ursula von der Leyen ໃຫ້ຮູ້ວ່າ, ຖະແຫຼງການຊີ້ແຈ້ງວ່າ ອັງກິດ ແລະ ອີຢູ ໄດ້ຮຽກຮ້ອງໃຫ້ບັນດານັກເຈລະຈາຂອງ 2 ຝ່າຍສືບຕໍ່ເຮັດວຽກຕື່ມອີກເພື່ອເບິ່ງວ່າຈະສາມາດບັນລຸໄດ້ຂໍ້ຕົກລົງພາຍຫຼັງໝົດກຳນົດເວລາໃໝ່ໃນວັນທີ 13 ທັນວາ ຫຼື ບໍ່.

        ໃນທັນທີ, ທ່ານປະທານສະພາເອີລົບ Charles Michel ໄດ້ຊົມເຊີຍຂໍ້ຕົກລົງສືບຕໍ່ດຳເນີນການເຈລະຈາຂອງ 2 ຝ່າຍ. ທ່ານເນັ້ນໜັກວ່າ, ບັນດາຝ່າຍຄວນມານະພະຍາຍາມຈົນສຸດຄວາມສາມາດເພື່ອບັນລຸໄດ້ຂໍ້ຕົກລົງທີ່ດີ.

ຕອບກັບ

ຂ່າວ/ບົດ​ອື່ນ