ບັນຫາ Brexit: ອັງກິດຢືນຢັນຍັງບໍ່ທັນເປັນເອກະພາບກ່ຽວກັບໃບບິນຊຳລະເງິນ Brexit ກ່ອນເດືອນຕຸລາໄດ້

(VOVWORLD) -ວັນທີ 15 ສິງຫາ, ທ່ານລັດຖະມົນຕີຮັບຜິດຊອບບັນຫາ Brexit ຂອງອັງກິດ David Davis ໃຫ້ຂໍ້ສັງເກດວ່າ, ທ່ານຫົວໜ້າຄະນະເຈລະຈາຂອງສະຫະພາບເອີລົບ (ອີຢູ) Michel Barnier ພວມ “ຄິດໄລ່ເກີນ” ກ່ຽວກັບໃບບິນຊຳລະເງິນເຊິ່ງອັງກິດ ຕ້ອງຈ່າຍໃຫ້ການຖອນອອກຈາກອີຢູ

ບັນຫາ Brexit: ອັງກິດຢືນຢັນຍັງບໍ່ທັນເປັນເອກະພາບກ່ຽວກັບໃບບິນຊຳລະເງິນ Brexit ກ່ອນເດືອນຕຸລາໄດ້ - ảnh 1 ທ່ານຫົວໜ້າຄະນະເຈລະຈາຂອງສະຫະພາບເອີລົບ (ອີຢູ) Michel Barnier

(ພາບປະກອບ: Telegraph)

ພ້ອມທັງຖືວ່າ, ບໍ່ເຫັນດີຕົວເລກໃດໆໃນໃບບິນດັ່ງກ່າວ ກ່ອນທີ່ດຳເນີນກອງປະຊຸມສຸດຍອດອີຢູ ໃນເດືອນ ຕຸລາ ຈະມາເຖິງ. ກ່າວຄຳເຫັນຜ່ານທາງວິທະຍຸ BBC, ທ່ານ Davis ໃຫ້ຮູ້ວ່າ, ອັງກິດ ໄດ້ລະມັດລະວັງໃນການເຈລະຈາກ່ຽວກັບເລື່ອງຫຍັງທີ່ອັງກິດ ຕ້ອງຈ່າຍເງິນເມື່ອຖອນອອກຈາກອີຢູ. ທ່ານກໍ່ຍອມຮັບວ່າ ນີ້ຈະແມ່ນການເຈລະຈາ “ຫຍຸ້ງຍາກ ແລະ ຮ້າຍແຮງ” ແຕ່ກໍ່ຢືນຢັນວ່າ “ອັງກິດ ບໍ່ສິ້ນສຸດດ້ວຍເລື່ອງຕ້ອງຊຳລະເງິນຈຳນວນ 10 ຕື້ເອີໂລ/ປີ ຄືດັ່ງປະເທດນີ້ພວມໃນປະຈຸບັນ”. ທ່ານລັດຖະມົນຕີ Davis ໃຫ້ຮູ້ຕື່ມອີກວ່າ, ອັງກິດ ຢາກມີຂໍ້ຕົກລົງຊົ່ວຄາວກັບອີຢູ ພາຍຫຼັງເດືອນມີນາ 2019, ຈຸດເວລາອັງກິດ ຖອນອອກຈາກ ອີຢູ ຢ່າງເປັນທາງການ, ເພື່ອໃຫ້ບັນດາການເຄື່ອນໄຫວດ້ານການຄ້າຖືກດຳເນີນຢ່າງສະດວກ, ພ້ອມທັງສະແດງຄວາມຫວັງວ່າ ລະບົບພາສີຈະມີຜົນສັກສິດຊົ່ວຄາວໃນເຄິ່ງຕົ້ນປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ