ບັນ​ຫາ Brexit: ອີ​ຢູ ແລະ ອັງ​ກິດ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ​ກ່ຽວ​ກັບ​ເຕັກ​ນິກ​ໃນ​ການ​ເຈ​ລະ​ຈາ​ດ້ານ​ການ​ຄ້າ

(VOVWORLD) - ວັນທີ 14 ຕຸລາ, ໂຄສົກຂອງທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ໃຫ້ຮູ້ວ່າ ອັງກິດ ແລະ ສະຫະພາບເອີີລົບ (ອີຢູ) ບັນລຸໄດ້ຄວາມຄືບໜ້າໃນການເຈລະຈາດ້ານການຄ້າໃນອາທິດນີ້, ເຖິງວ່າຍັງມີຄວາມບໍ່ລົງລອຍກັນຢູ່ກໍ່ຕາມ.

ບັນດາຄວາມມານະພະຍາຍາມພວມໄດ້ລະດົມຢ່າງສຸດຂີດ ເພື່ອແນໃສ່ບັນລຸໄດ້ຂໍ້ຕົກລົງກັບຄູ່ຮ່ວມມືໃໝ່ ອັງກິດ - ອີຢູ ໃນທຸກຂົງເຂດ, ນັບແຕ່ດ້ານການຄ້າຕະຫຼອດຮອດການຄົມມະນາຄົມ ແລະ ການຮ່ວມມືນິວເຄຼຍ, ເຊິ່ງຄາດວ່າຈະມີຜົນສັກສິດນັບແຕ່ວັນທີ 1 ມັງກອນ 2021 ເປັນຕົ້ນໄປ ໃນຂະນະທີ່ວິວັດທະນາການ Brexit ຈະສິ້ນສຸດລົງໃນທ້າຍປີນີ້. ປັດຈຸບັນ, ບັນດາຂໍ້ກຳນົດກ່ຽວກັບການແກ້ງແຍ້ງຢ່າງຍຸຕິທຳ ແລະ ສິດຈັບຫາປາ ພວມແມ່ນບັນດາບັນຫາຕົ້ນຕໍທີ່ກີດຂວາງການເຈລະຈາສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ