ບັນຫາຊາວອົບພະຍົບ: 5 ປະເທດເອີລົບບັນລຸໄດ້ຂໍ້ຕົກລົງຮັບຊາວອົບພະຍົບຢູ່ກຳປັນກູ້ໄພ Aquarius

(VOVWORLD) -ວັນທີ 14 ສິງຫາ, ຄະນະກຳມະການເອີລົບ (EC) ໃຫ້ຮູ້ວ່າ, ຝລັ່ງ, ເຢຍລະມັນ, ລຸກຊຳບວກ, ປອກຕຸຍການ ແລະ ແອດສະປາຍ ໄດ້ເຫັນດີຮັບຈຳນວນຊາວອົບພະຍົບທັງໝົດ 141 ຄົນຢູ່ກ່ຳປັ່ນກູ້ໄພ Aquarius.

ບັນຫາຊາວອົບພະຍົບ: 5 ປະເທດເອີລົບບັນລຸໄດ້ຂໍ້ຕົກລົງຮັບຊາວອົບພະຍົບຢູ່ກຳປັນກູ້ໄພ Aquarius - ảnh 1 5 ປະເທດເອີລົບບັນລຸໄດ້ຂໍ້ຕົກລົງຮັບຊາວອົບພະຍົບຢູ່ກຳປັນກູ້ໄພ Aquarius

(ພາບປະກອບ: AFP/TTXVN)

ຂໍ້ຕົກລົງດັ່ງກ່າວໄດ້ຢຸດຕິສະພາບບໍ່ມີທາງອອກເປັນເວລາ 4 ວັນ ພາຍຫຼັງຊາວອົບພະຍົບ 141 ຄົນ ໄດ້ຮັບການກອບກູ້ເອົາຊີວິດຢູ່ທະເລເມດີເຕຣາເນ ພາຍຫຼັງທີ່ອີຕາລີ ແລະ ມານຕາ ປະຕິເສດໃຫ້ກ່ຳປັ່ນລຳດັ່ງກ່າວເຂົ້າທຽບທ່າ. ທ່ານນາຍົກລັດຖະມົນຕີແອດສະປາຍ Pedro Sanchez ແຈ້ງທາງສື່ສັງຄົມອອນລາຍ Twitter ວ່າ, ປະເທດນີ້ຈະຮັບຊາວອົບພະຍົບ 60 ຄົນໃນຈຳນວນ 141 ຄົນ. ປອກຕຸຍການ ຈະຮັບຊາວອົບພະຍົບ 30 ຄົນ. ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີມານຕາ Joseph Muscat ໃຫ້ຮູ້ວ່າ, ປະເທດນີ້ຈະອະນຸຍາດໃຫ້ກ່ຳປັ່ນ Aquarius ເຂົ້າທຽບທ່າເພື່ອໃຫ້ຊາວອົບພະຍົບ 141 ຄົນເຂົ້າເຂດດິນຕໍ່ແຜ່ນ ແລະ ສົ່ງໄປເຖິງ 5 ປະເທດເອີລົບດັ່ງກ່າວ.

        ເຖິງວ່າບັນລຸໄດ້ຂໍ້ຕົກລົງແກ້ໄຂເລື່ອງຊາວອົບພະຍົບ 141 ຄົນດັ່ງກ່າວ, ແຕ່ທ່ານ Dimitris Avramopoulos, ກຳມະການເອີລົບຜູ້ຮັບຜິດຊອບບັນຫາຊາວອົບພະຍົບ, ພາຍໃນ ແລະ ສັນຊາດ ຖືວ່າ, ເອີລົບ ຄວນຊອກຫາມາດຕະການໄລຍະຍາວໃຫ້ແກ່ບັນຫາຊາວອົບພະຍົບ.

ຕອບກັບ

ຂ່າວ/ບົດ​ອື່ນ