ບຸ​ນ​ເຕັດ​ເຕົ້າ​ໂຮມ - ເຊື່ອມ​ຕໍ່​ຄວາມ​ຮັກ​ແພງ” ຖືກ​ຈັດ​ຂຶ້ນຢູ່ ​ນະ​ຄອນຫາຍ​ຟ່ອງ

(VOVWORLD) -ວັນທີ 24 ມັງກອນ, ຢູ່ນະຄອນ ຫາຍຟ່ອງ, ສະຫະພັນແຮງງານນະຄອນ ຫາຍຟ່ອງ ໄດ້ຈັດລາຍການ “ບຸນເຕັດເຕົ້າໂຮມ - ເຊື່ອມຕໍ່ຄວາມຮັກແພງ” ປີ 2021 ແລະ ມອບເງິນຈຳນວນເກືອບ 8 ຕື້ ດົ່ງ ໃຫ້ແກ່ກຳມະກອນ ແລະ ແຮງງານຫາຍຟ່ອງ.
ບຸ​ນ​ເຕັດ​ເຕົ້າ​ໂຮມ - ເຊື່ອມ​ຕໍ່​ຄວາມ​ຮັກ​ແພງ” ຖືກ​ຈັດ​ຂຶ້ນຢູ່ ​ນະ​ຄອນຫາຍ​ຟ່ອງ - ảnh 1 ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ຫາຍຟ່ອງ ເລຄັກນາມ ມອບເງິນຊ່ວຍເຫຼືອໃຫ້ແກ່ກຳມະກອນຈຳນວນ 3 ຕື້ ດົ່ງ (ພາບ:TTXVN)

ໃນລາຍການ, ສະຫະພັນແຮງງານນະຄອນ ຫາຍຟ່ອງ ໄດ້ມອບຂອງຂວັນເກືອບ 5000 ພູດ, ແຕ່ລະພູດມີມູນຄ່າ 700.000 ດົ່ງ ແລະ ມອບເງິນຊ່ວຍເຫຼືອໃຫ້ແກ່ກຳມະກອນ, ແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ ເກືອບ 2.500 ຄົນ, ຄົນລະ 1.200.000 ດົ່ງ. ກຳມະກອນ, ຊາວຜູ້ອອກແຮງງານຢູ່ ຫາຍຟ່ອງ ຍັງໄດ້ຊື້ເຄື່ອງຂອງ ໂດຍບໍ່ເສຍຄ່າ ແລະ ຊື້ເຄື່ອງດ້ວຍລາຄາຕ່ຳຢູ່ “ຕະຫຼາດເຕັດກຳມະກອນ, ຊາວຜູ້ອອກແຮງງານ” ອີກດ້ວຍ. ເຂົ້າຮ່ວມລາຍການດັ່ງກ່າວ, ເອື້ອຍ ຫວູທິຢຽມ, ກຳມະກອນບໍລິສັດຕັດຫຍິບເລກ 10 ໂຮ່ແຊນ ແບ່ງປັນວ່າ:

        “ເມື່ອໄດ້ຮັບຂອງຂວັນ, ພວກຂ້າພະເຈົ້າດີໃຈຫຼາຍ. ຄອບຄົວຂ້າພະເຈົ້າກໍປະສົບກັບຄວາມຫຍຸ້ງຍາກ ສະນັ້ນ, ທາງບໍລິສັດກໍ່ໄດ້ເອົາໃຈໃສ່. ກໍາມະບານບໍລິສັດມີຄວາມເອົາໃຈໃສ່ເຖິງກຳມະກອນ ແລະ ມີນະໂຍບາຍຫຼາຍຢ່າງສຳລັບກຳມະກອນ. ຂອງຂວັນນີ້ໄດ້ຊ່ວຍໃຫ້ຄອບຄົວຂ້າພະເຈົ້າຕ້ອນຮັບບຸນປີໃໝ່ດ້ວຍຄວາມອົບອຸ່ນ”.


ຕອບກັບ

ຂ່າວ/ບົດ​ອື່ນ