ບ​ຣາ​ຊິນ ແມ່ນ​ປະ​ເທດ​ມີ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດຫຼາຍ​ອັນ​ດັບ​ທີ​ສອງ ໃນ​ໂລກ

(VOVWORLD) -ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 20 ມິຖຸນາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດເກືອບ 179 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 3,87 ລ້ານຄົນ ເສຍຊີວິດ. ສະເພາະໃນເວລາ 24 ຊົ່ວໂມງຜ່ານມາ, ໄດ້ຢັ້ງຢືນມີຜູ້ຕິດເຊື້ອຕື່ມອີກ 351.000 ຄົນ ແລະ ມີ 7.755 ຄົນ ເສຍຊີວິດ.
ບ​ຣາ​ຊິນ ແມ່ນ​ປະ​ເທດ​ມີ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດຫຼາຍ​ອັນ​ດັບ​ທີ​ສອງ ໃນ​ໂລກ - ảnh 1ວົງການນັກຊ່ຽວຊານ ໄດ້ສະແດງຄວາມວິຕົກກັງວົນວ່າ ບຣາຊິນ ອາດຈະຕ້ອງປະເຊີນໜ້າກັບການແຜ່ລະບາດຮອບທີ 3 ຂອງໂລກລະບາດໂຄວິດ - 19 ໃນໄລຍະຈະມາເຖິງ ຍ້ອນໂຄງການສັກວັກຊິນ ຖືກຜັນຂະຫຍາຍຢ່າງຊັກຊ້າ (ພາບ: AFP/TTXVN)

ປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອຫຼາຍກວ່າ 34,4 ລ້ານ ແລະ ຫຼາຍກວ່າ 617.000 ຄົນ ເສຍຊີວິດ. ຢືນອັນດັບທີ 2 ແມ່ນ ອິນເດຍ, ຖັດຈາກນັ້ນ ແມ່ນ ບຣາຊິນ. ແຕ່ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ຖ້າໄລ່ຕາມຈຳນວນຜູ້ເສຍຊີວິດ, ບຣາຊິນ ແມ່ນປະເທດຢືນອັນດັບທີ 2 ໃນໂລກ ເມື່ອມີຈຳນວນຜູ້ເສຍຊີວິດຫຼາຍກວ່າ 500.000 ຄົນ. ວົງການນັກຊ່ຽວຊານ ໄດ້ສະແດງຄວາມວິຕົກກັງວົນວ່າ ບຣາຊິນ ອາດຈະຕ້ອງປະເຊີນໜ້າກັບການແຜ່ລະບາດຮອບທີ 3 ຂອງໂລກລະບາດໂຄວິດ - 19 ໃນໄລຍະຈະມາເຖິງ ຍ້ອນໂຄງການສັກວັກຊິນ ຖືກຜັນຂະຫຍາຍຢ່າງຊັກຊ້າ.  ໃນຂະນະນັ້ນ, ສະພາບການໂລກລະບາດໂຄວິດ - 19 ຢູ່ ອິນເດຍ ສືບຕໍ່ມີສັນຍານຢ່າງຕັ້ງໜ້າ.

ສ່ວນຢູ່ ຫວຽດນາມ, ຕາມແຫຼ່ງຂ່າວຈາກກະຊວງສາທາລະນະສຸກແລ້ວ, ນັບແຕ່ເວລາ 18 ໂມງຂອງວັນທີ 19 ມິຖຸນາ ຫາເວລາ 12 ໂມງຂອງວັນທີ 20 ມິຖຸນາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອຕື່ມອີກ 217 ກໍລະນີ,  ໃນນັ້ນ, ແຂວງ ບັກຢາງ ມີ 73 ກໍລະນີ, ນະຄອນ ໂຮ່ຈີມິນ 80 ກໍລະນີ ແລະ ນະຄອນ ດ່າໜັງ ມີ 18 ກໍລະນີ ແລະ 11 ກໍລະນີ ແມ່ນຄົນເຂົ້າເມືອງຫວຽດນາມ. ເປັນອັນວ່າ, ໄລ່ຮອດເວລາ 12 ໂມງຂອງວັນທີ 20 ມິຖຸນາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 13.117 ກໍລະນີ, ມີ 5.054 ກໍລະນີ ໄດ້ຮັບການປິ່ນປົວຫາຍດີ ແລະ 66 ກໍລະນີ ເສຍຊີວິດ. 

ຕອບກັບ

ຂ່າວ/ບົດ​ອື່ນ