ບໍລິສັດ FPT ຮ່ວມ​ມື​ກັບ 3 ສະຫະ​ສະມາຄົມ​​​ໄມ້ ຫວຽດນາມ ​ເພື່ອ​ຊຸກຍູ້​ການ​ຫັນ​ປ່ຽນດີ​ຈີ​ຕອນ

(VOVWORLD) -ບໍລິສັດ FPT ຈະເຂົ້າຮ່ວມເປັນທີ່ປຶກສາກ່ຽວກັບຍຸດທະສາດການຫັນປ່ຽນດີຈີຕອນ ໃຫ້ແກ່ຂະແໜງປຸງແຕ່ງໄມ້ ແລະ ເຄື່ອງຫັດຖະກໍາ ຫວຽດນາມ. 
ບໍລິສັດ FPT ຮ່ວມ​ມື​ກັບ 3 ສະຫະ​ສະມາຄົມ​​​ໄມ້ ຫວຽດນາມ ​ເພື່ອ​ຊຸກຍູ້​ການ​ຫັນ​ປ່ຽນດີ​ຈີ​ຕອນ - ảnh 1FPT ແມ່ນວິສາຫະກິດແຖວໜ້າໃນການຫັນປ່ຽນດີຈີຕອນ (ພາບ:  TTXVN)

        ວັນທີ 5 ມີນາ, ຢູ່ນະຄອນໂຮ່ຈີມິນ, ບໍລິສັດຫຸ້ນສ່ວນ FPT ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືຍູ້ແຮງການຫັນເປັນດີຈີຕອນ ກັບ 3 ສະຫະສະມາຄົມໄມ້ໃຫຍ່ທີ່ສຸດຂອງຫວຽດນາມ ເຊິ່ງລວມມີ ສະມາຄົມຫັດຖະກໍາ ແລະ ປຸງແຕ່ງໄມ້ ນະຄອນໂຮ່ຈີມິນ (HAWA), ສະຫະສະມາຄົມ ໄມ້ ແລະ ເຄື່ອງຫັດຖະກໍາ ດົ່ງນາຍ (DOWA) ແລະ ສະຫະສະມາຄົມປຸງແຕ່ງໄມ້ ບິ່ງເຢືອງ (BIFA). ນີ້ແມ່ນຄວາມມານະພະຍາຍາມ ເພື່ອແນໃສ່ປະກອບສ່ວນເຂົ້າໃນການພັດທະນາຂະແໜງໄມ້ຂອງຫວຽດນາມ, ມຸ່ງໄປເຖິງຄາດໝາຍບັນລຸລາຍຮັບວິສາຫະກິດສົ່ງອອກໃຫ້ໄດ້ 20 ຕື້ USD ໃນປີ 2025.

        ດ້ວຍກໍາລັງຄວາມສາມາດ, ປະສົບການ ແລະ ມາດຕະການເຕັກໂນໂລຢີຫັນປ່ຽນດີຈີຕອນ ພ້ອມດ້ວຍຖັນແຖວນັກຊ່ຽວຊານຂອງຕົນ, ບໍລິສັດ FPT ຈະເຂົ້າຮ່ວມເປັນທີ່ປຶກສາກ່ຽວກັບຍຸດທະສາດການຫັນປ່ຽນດີຈີຕອນ ໃຫ້ແກ່ຂະແໜງປຸງແຕ່ງໄມ້ ແລະ ເຄື່ອງຫັດຖະກໍາ ຫວຽດນາມ. ບໍລິສັດ FPT ກໍຈະກໍ່ສ້າງບັນດາຖານຂໍ້ມູນເພື່ອຮັບໃຊ້ໃຫ້ແກ່ຂະແໜງປຸງແຕ່ງໄມ້, ປະກອບສ່ວນເຂົ້າໃນການຫັນບັນດາການເຄື່ອນໄຫວຄຸ້ມຄອງບໍລິຫານ, ວຽກງານຫ້ອງການຂອງບັນດາສະຫະສະມາຄົມ ແລະ ຫົວໜ່ວຍສະມາຊິກ ເປັນດີຈີຕອນ; ພ້ອມກັນນັ້ນ ກໍໃຫ້ຄໍາປຶກສາ ແລະ ແນະນໍາໃຫ້ບັນດາສະຫະສະມາຄົມ ກ່ຽວກັບບັນດາເຕັກໂນໂລຢີ ແລະ ຜົນງານໃໝ່ຫຼ້າສຸດໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ ອີກດ້ວຍ.


ຕອບກັບ

ຂ່າວ/ບົດ​ອື່ນ