ບໍລິສັດການບິນ Vietjet ເປີດສາຍການບິນສາກົນຮ່າໂນ້ຍ - Osaka

(VOVWORLD) -Vietjet ໄດ້ຮັບການເລືອກເປັນ “ບໍລິສັດການບິນທີ່ມີການບໍລິການດີ, ລາຄາຖືກສຸດໃນອາຊີ” ເມື່ອປີ 2015 ຂອງ ລາງວັນ TTG Travel Awards
ບໍລິສັດການບິນ Vietjet ເປີດສາຍການບິນສາກົນຮ່າໂນ້ຍ - Osaka - ảnh 1 (ພາບປະກອບ)

ບໍລິສັດການບິນ Vietjet ເປີດສາຍການບິນສາກົນໄປຍີ່ປຸ່ນ. ສາຍການບິນໄປກັບລະຫວ່າງຮ່າໂນ້ຍ (ຫວຽດນາມ) – Osaka (ຍີ່ປຸ່ນ) ໄດ້ນຳເຂົ້າຮັບໃຊ້ຜູ້ໂດຍສານໃນແຕ່ລະວັນ ນັບແຕ່ວັນທີ 8 ພະຈິກ 2018 ເປັນຕົ້ນໄປ, ຖ້ຽວໜຶ່ງໃຊ້ເວລາປະມານກວ່າ 4 ຊົ່ວໂມງ. ເຮືອບິນເລີ່ມບິນຂຶ້ນຈາກຮ່າໂນ້ຍແມ່ນໃນເວລາ 01 ໂມງ 40 ນາທີ ແລະຈະໄປຮອດສະໜາມບິນ Osaka  ໃນເວລາ 07 ໂມງ 50 ນາທີ (ຕາມເວລາທ້ອງຖິ່ນ). ສ່ວນຖ້ຽວກັບຈາກ Osaka ແມ່ນເລີ່ມບິນໃນເວລາ 09 ໂມງ 20 ນາທີ (ຕາມເວລາທ້ອງຖິ່ນ) ແລະຈະຮອດຮ່າໂນ້ຍໃນເວລາ 13 ໂມງ 05 ນາທີ.

        Vietjet ແມ່ນສະມາຊິກເປັນທາງການຂອງສະຫະສະມາຄົມຂົນສົ່ງການບິນສາກົນ (IATA). Vietjet ໄດ້ຮັບການເລືອກເປັນ “ບໍລິສັດການບິນທີ່ມີການບໍລິການດີ, ລາຄາຖືກສຸດໃນອາຊີ” ເມື່ອປີ 2015 ຂອງ ລາງວັນ TTG Travel Awards ເຊິ່ງເປັນລາງວັນ ທີ່ມີອິດທິພົນຊື່ສຽງແຖວໜ້າຢູ່ພາກພື້ນອາຊີ - ປາຊີຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ