ບ້ວງສິນເຊື່ອ 30.000 ຕື້ດົງ ໄດ້ຮັບການ ຜັນຂະຫຍາຍຢ່າງຖືກທິດ

ບ້ວງສິນເຊື່ອ 30.000 ຕື້ດົງ ໄດ້ຮັບການ ຜັນຂະຫຍາຍຢ່າງຖືກທິດ - ảnh 1
(ພາບປະກອບ)

(vovworld) - ກ່ຽວ​ກັບ​ການ​ຜັນ​ຂະຫຍາຍບ້ວງ​ສິນ​ເຊື່ອ 30.000 ຕື້​ດົງ ທີ່​ໜູນ​ຊ່ວຍ​ໃຫ້​ແກ່​ຕະຫຼາດ​ອະສັງຫາລິມະ​ຊັບ, ທ່ານ​ລັດຖະມົນຕີ​ກະຊວງ​ກໍ່ສ້າງ​ຫວຽດນາມ ຈິ້ງ​ດິ່ງ​ຢຸງ ຢືນຢັນ​ວ່າ ກະຊວງ​ກໍ່ສ້າງ ພວມ​ພ້ອມ​ກັບ​ບັນດາ​ທ້ອງ​ຖິ່ນ, ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ວິ​ສາ​ຫະກິດ​ປະຕິບັດ​ຢ່າງຖືກ​ທິດ ຕາມ​ມະຕິ​ຂອງ​ລັດຖະບານ. ຕາມ​ທ່ານ ຈິ້ງ​ດິ່ງ​ຢຸງ ​ແລ້ວ, ບ້ວງ​ສິນ​ເຊື່ອ 30.000 ຕື້​ດົ​ງ ​ແມ່ນ​ບ້ວງ​ເງິນ​ທຳ​ອິດ​ປະຕິບັດ​ນະ​ໂຍບາຍ​ເຮື​ອນຢູ່​ສັງຄົມ ​ເຊິ່ງພັກ ​ແລະ ລັດ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ. ກະຊວງ​ກໍ່ສ້າງ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ແກ້​ໄຂ​ບັນດາ​ຂໍ້​ຕິດ​ຂັດສິ່ງ​ຄ້າງ​ຄ່າ ​ແລະ ພັ​ດທະນາ​ເຮືອນ​ຢູ່​ສັງຄົມ​ໃຫ້​ແກ່​ປະຊາຊົນໄດ້​ຫຼາຍກວ່າ, ພ້ອມ​ທັງ​ສືບ​ຕໍ່​ຄົ້ນຄວ້າ​ບັນດາ​ບັນຫາ​ເຊິ່ງສະພາບ​ຕົ​ວ​ຈິງພວມ​ຮຽກຮ້ອງ. ນີ້​ແມ່ນ​ບ້ວງ​ເງິນ​ທຳ​ອິດ ສະ​ນັ້ນຕ້ອງ​ທັງ​ປະຕິບັດ, ທັງປັບປຸງ​ເພື່ອ​ໃຫ້​ບັນດາ​ນະ​ໂຍບາຍ, ລະບຽບ​ການ​ຮັບປະກັນ​ຢ່າງ​ງ່າຍ​ດ່າ​ຍ ພ້ອມ​ທັງ​ຕ້ອງ​ຄຸ້ມ​ຄອງ​ເລື່ອງ​ນຳ​ໃຊ້​ບ້ວງ​ສິນ​ເຊື່ອ​ຢ່າງ​ມີ​ປະສິ​ດທິຜົນ, ກະຈາ​ງ​ແຈ້ງ​ໃຫ້​ໄດ້​.
ຂ່າວ/ບົດ​ອື່ນ